ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອານຢາງ

(VOVWORLD) -ໃນລະຫວ່າງວັນທີ 14 – 15 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢຽມ ແລະ ເຮັດວຽກຢູ່ແຂວງອານຢາງທາງພາກໃຕ້ຫວຽດນາມ, ເພື່ອກວດກາສະພາບການປະຕິບັດໜ້າທີ່ ເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢູ່ທ້ອງຖິ່ນ.

ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອານຢາງ - ảnh 1ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງພ້ອມກັບພະນັກງານ ແລະ ປະຊາຊົນຕາແສງຟຸໝີ, ເມືອງເຈົາຟຸ, ແຂວງອານຢາງ

(ພາບ: TTXVN)

ຕອນເຊົ້າວັນທີ 15 ເມສາ, ເມື່ອເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງອານຢາງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຊີ້ແຈ້ງວ່າ ອານຢາງແມ່ນແຂວງໜຶ່ງທີ່ມີຫຼາຍບົດຮຽນໃນການຜະລິດກະສິກຳ ແລະ ມີທີ່ຕັ້ງຍຸດທະສາດສຳຄັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕັກເຕືອນວ່າ ໃນໄລຍະຈະມາເຖິງ, ແຂວງອານຢາງຄວນເອົາໃຈໃສ່ເປັນພິເສດເຖິງວຽກງານຈັດຕັ້ງພະນັກງານຍາວນານໃຫ້ເປັນຢ່າງດີ; ພ້ອມທັງວາງແຜນກໍານົດການຜະລິດ, ຜະລິດຕະພັນ, ສ້າງກົນໄກ, ນະໂຍບາຍ, ຍູ້ແຮງການປະຕິຮູບດ້ານການບໍລິຫານ ແລະ ປັບປຸງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດ. ອຳນາດການປົກຄອງແຂວງອານຢາງຄວນປະຕິບັດວຽກງານແນວຄິດຂອງປະຊາຊົນໃຫ້ເປັນຢ່າງດີ, ເຮັດແນວໃດ ຈຶ່ງສາມາດປຸກລະດົມປະຊາຊົນທຸກຊັ້ນວັນນະ, ເອົາໃຈໃສ່ດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດເປັນປະຈຳ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກໍໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງຟຸໝີ, ເມືອງເຈົາຟຸ, ແຂວງອານຢາງ, ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ ເລທິຕາຍ, ຢູ່ຕາແສງບິ່ງແຄັງ, ນະຄອນລອງຊຽວນ, ແຂວງອານຢາງ ແລະ ຢ້ຽມຊົມຂົວກາວລາງ (Cao Lãnh), ເຊິ່ງເປັນຂົວອູ່ຕັງຂ້າມແມ່ນ້ຳຕຽນ ໃກ້ຈະສຳເລັດການກໍ່ສ້າງ ແລະ ນຳເຂົ້າໃຊ້ການ.

ຕອບກັບ

ຂ່າວ/ບົດ​ອື່ນ