ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ,ເລີ່ມຕົ້ນການຢ້ຽມຢາມ ມຽນມາ

(VOVWORLD) - ຕອນເຊົ້າວັນທີ 24 ສິງຫາ, ເມື່ອສິ້ນສຸດການຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ສະຫະພາບ ມຽນມາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ມຽນມາ Htin Kyaw.
  
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ,ເລີ່ມຕົ້ນການຢ້ຽມຢາມ ມຽນມາ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມ ມຽນມາ 

ນີ້ແມ່ນການຢ້ຽມຢາມ ມຽນມາ ຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ພາຍຫຼັງ 20 ປີ ນັບແຕ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ໃນປີ 1997 ແລະ ຖືກດຳເນີນກົງກັບຈຸດເວລາທີ່ ມຽນມາ ພວມກ້າວເຂົ້າສູ່ໄລຍະໃໝ່. ການຢ້ຽມຢາມແມ່ນຂີດໝາຍສຳຄັນ, ສ້າງກຳລັງໜູນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ ຫວຽດນາມ - ມຽນມາ ພັດທະນາຂຶ້ນສູ່ລະດັບສູງໃໝ່.

        ກ່ອນໜ້ານັ້ນ, ເມື່ຶອເດີນທາງອອກຈາກ ຈາກາຕາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຝາກໂທລະເລກຂອບໃຈທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ໃນໂທລະເລກ, ທ່ານເລຂາທິການໃຫຍ່ໄດ້ສະແດງຄວາມເຊື່ອໝັ້ນ ກ່ຽວກັບອະນາຄົດອັນດີງາມຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ອິນໂດເນເຊຍ ກໍ່ຄືກ່ຽວກັບ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ໝັ້ນຄົງເຂັ້ມແຂງ. ທ່ານເລຂາທິການໃຫຍ່ ຫວັງວ່າ ໝາກຜົນອັນດີງາມຂອງການຢ້ຽມຢາມ ອິນໂດເນເຊຍ ຄັ້ງນີ້ຈະປະກອບສ່ວນສຳຄັນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງຕື່ມອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືແທດຈິງ ແລະ ສ້າງຕັ້ງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ 2 ປະເທດ, ເພື່ອຄວາມວັດທະນາຖາວອນລວມຂອງ 2 ຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ