ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳສະພາທິດສະດີ ສູນກາງ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳສະພາທິດສະດີ ສູນກາງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫງວຽນ​ຟູ໋ຈ້ອງ
(ພາບປະກອບ)

(vovworld) – ວັນ​ທີ 24/6, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ສະພາ​ທິດ​ສະດີ​ສູນ​ກາງ, ກວດກາ, ຊຸກຍູ້​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ສະພາ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ບັນດາ​ໜ​້າທີ່​ຈຸດ​ສຸມ​ຄວນ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງ​ໜ້າ​ທີ່​ຈຸດ​ສຸມ, ໜ້າ​ທີ່​ຫຼັກ​ແຫຼ່ງຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ສຸມ​ໃສ່​ປະຕິບັດ​ບາງ​ໜ້າ​ທີ່​ຕົ້ນ​ຕໍ່, ບຸລິມະສິດ​ໃຫ້​ແກ່​ວຽກ​ງາ​ນຄົ້ນ​ຄ້ວາ, ​ໃຫ້​ຄຳປຶກສາ​ກ່ຽວ​ກັບ​ບາງ​ທິດ​ສະ​ດີ​ພື້ນຖານ, ​ເພື່ອເປັນ​ພື້ນຖານໃຫ້​ແກ່​ເລື່ອງ​ວາງ​ທິດທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ​ໃນ​ນັ້ນສຸມ​ໃສ່​ເຂົ້າ​ໃນ​ເລື່ອງ​ສະຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ກະກຽມ​​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12, ສະຫລຸບ​ເຄິ່ງອາຍຸ​ການ​ຊຸດ​ທີ 11 ​ແລະ ປຶກສາ​ຫາລື​ໂຄງການ​ໄລຍະ​ກາງ ກ່ຽວ​ກັບ​ການພັດທະນາ​ເສດຖະກິດ​ສັງຄົມ ​ຈົນ​ໝົດ​ອາ​ຍຸ​ການ, ສະຫລຸບ​ວຽກ​ງານ​ທິດ​ສະ​ດີ, ກ້າ​ວ​ເຂົ້າ​ສູ່​ບັນດາ​ບັນຫາ​ຕົວ​ຈິງ​ທີ່​ຫາກໍ່ວາງ​ອອກ​​ໃນ​ພາລະກິດ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ, ປ່ຽນ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

“ນີ້​ແມ່ນ​ໜ້າ​ທີ່ຫຼັກ​ແຫຼ່ງ, ໜ້າ​ທີ່​ຈຸດ​ສຸມ ​ເຊິ່ງພວກ​ເຮົາ​ຕ້ອງ​ເຮັດ​. ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ​ຈະ​ຮັບ​ຈັດ​ຕັ້ງ​ໃນ​ເດືອນ 10 ຈະ​ມາ​ເຖິງ​ຈະ​ສ້າງ​ຕັ້ງ​ອະນຸ​ກຳມະການ​ເອກະສານ. ກອງ​ປະຊຸມ​ສູນ​ກາງຄັ້ງທີ 8 ມີ​ບົດ​ລາຍ​ງານ​ສຳ​ຫລຸບ​ທົບ​ທວນຄືນ​ບັນຫາ​ເສດຖະກິດ - ສັງ​ຄົມ​ຂອງ​ເຄິ່ງອາຍຸ​ການ ​ແລະ ປຶກສາ​ຫາລືໄລຍະ​ກາງ​ຈົນ​ໝົດອາຍຸ​ການ​​ເພື່ອຮັບປະກັນ​ພັດທະນາ​ເສດຖະກິດ - ສັງຄົມ”

ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ແລ້ວ, ວຽກ​ງານ​​ໃຫ້​ຄຳປຶກສາ​ຄວນ​ສຸ​ມ​ໃສ່​ສະໜອງ​ທິດ​ສະ​ດີ, ພື້ນ​ຖານ​ດ້ານ​ວິທະຍາສາດ, ບົນ​ພື້ນຖານ​ຂອງລັດທິ ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ​ປະທານ ​ໂຮ່ຈີ​ມິນ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ຄວນ​ສຸມ​​ໃສ່​​ເຖິງ​ການ, ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຍັງມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ຄັດຄ້ານ​ບັນດາ​ທັດສະນະ​ທີ່​ຜິດ​ພາດ​ໃຫ້​ດີ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ