ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ເຮັດວຽກກັບຄະນະໂຄສະນາສຶກສາສູນກາງພັກ

(VOVWORLD) -ວັນທີ 1 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນມູນເຊື້ອຂອງຂະແໜງໂຄສະນາສຶກສາ( ວັນທີ 1 ສິງຫາປີ 1930 - ວັນທີ 1 ສິງຫາປີ 2018)  ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽກນາມ ຫງວຽນຟູ້ຈ້ອງ ໄດ້ລົງເຮັດວຽກກັບພະນັກງານຫຼັກແຫຼ່ງຂອງຄະນະໂຄສະນາສຶກສາສູນກາງພັກ
ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ  ເຮັດວຽກກັບຄະນະໂຄສະນາສຶກສາສູນກາງພັກ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽກນາມ ຫງວຽນຟູ້ຈ້ອງເຮັດວຽກກັບຄະນະໂຄສະນາສຶກສາສູນກາງພັກ 

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽກນາມ ຫງວຽນຟູ້ຈ້ອງເນັ້ນໜັກວ່າ ໃນສະພາບການທີ່ຈະມາເຖິງ, ພ້ອມກັບເງື່ອນໄຂສະດວກອັນເປັນພື້ນຖານ, ກໍຍັງມີການຜັນແປອັນສັບສົນຫຼາຍຢ່າງ, ຄະນະໂຄສະນາສຶກສາສູນກາງພັກຕ້ອງປະຕິບັດວຽກງານກໍ່ສ້າງພັກກ່ຽວກັບການເມືອງ, ແນວຄຄິດ. ທ່ານກ່າວວ່າ  : (ເທບ)

      “ປະຕິບັດວຽກງານກໍ່ສ້າງພັກກ່ຽວກັບການເມືອງ, ແນວຄຄິດໃຫ້ດີກ່ວາ. ນີ້ແມ່ນພື້ນຖານທາງດ້ານແນວຄິດ, ຈຸດໝາຍອຸດົມການ, ຍຶດໝັ້ນລັດທິມາກເລນິນ, ແນວຄິດໂຮ່ຈິມິນ, ບໍ່ລະເມີເຟີ້ຝັນ. ແຕ່ດົນນານມາແລ້ວ, ພວມເຮົາໄດ້ດຳເນີນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ປະກົດການຫຍໍ້ທໍ້, ໄດ້ເວົ້າຫຼາຍເຖິງການເສື່ອມທາດຂາດຄຸນໃນໝູ່ພະນັກງານ ແລະ ເນັ້ນໜັກວ່າ ວຽກງານພະນັກງານຕ້ອງສັບຊ້ອນຄືນໃໝ່, ແຕ່ສິ່ງທີ່ເປັນແກ່ນສານແມ່ນຕ້ອງຍຶດໝັ້ນເສັ້ນທາງກ້າວຂຶ້ນເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸດຕິທຳ, ປະຊາທິປະໄຕ ແລະ ສີວິໄລ ”

ຕອບກັບ

ຂ່າວ/ບົດ​ອື່ນ