ເລຂາທິການໃຫຍ່IPU: ຫວຽດນາມນຳໜ້າໃນການຮ່ວມມືລະຫວ່າງລັດຖະສະພາ

(VOVWORLD) -ການພົວພັນລະຫວ່າງສະຫະພັນລັດຖະສະພາສາກົນ (IPU) ແລະ ສະພາແຫ່ງຊາດຫວຽດນາມ ແມ່ນດີງາມ ແລະ ໝັ້ນຄົງ. ນີ້ແມ່ນຄຳຢືນຢັນຂອງທ່ານ Martin Chungong, ເລຂາທິການໃຫຍ່ IPU ກັບນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ຊີແນວ ກ່ອນຈຸດເວລາໄຂກອງປະຊຸມສະຫະພັນລັດຖະສະພາສາກົນ IPU ຄັ້ງທີ 138 ໃນວັນທີ 24 ມີນາ, ຢູ່ເຊີແນວ, ປະເທດສະວິດ.

ເລຂາທິການໃຫຍ່IPU: ຫວຽດນາມນຳໜ້າໃນການຮ່ວມມືລະຫວ່າງລັດຖະສະພາ - ảnh 1 ທ່ານ Martin Chungong, ເລຂາທິການໃຫຍ່ IPU

(ພາບ: TTXVN)

ເຂົ້າຮ່ວມເຫດການ, ມີສະມາຊິກລັດຖະສະພາ 700 ກວ່າທ່ານ ແລະ ການນຳບັນດາອົງການນິຕິບັນຍັດໃນໂລກ 65 ທ່ານ. ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ທ່ານເລຂາທິການໃຫຍ່ IPU ເນັ້ນໜັກວ່າ, ຫວຽດນາມ ພວມນຳໜ້າໃນການຮ່ວມມືລະຫວ່າງລັດຖະສະພາ, ເຊິ່ງສະແດງອອກຜ່ານບັນດາເຫດການສຳຄັນຂອງ IPU ທີ່ເຄີຍຖືກດຳເນີນຢູ່ຫວຽດນາມ ໃນ 2 – 3 ປີຜ່ານມາ, ໂດຍສະເພາະແມ່ນ IPU ຄັ້ງທີ 132 ໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ ໃນປີ 2015. ທ່ານ Chungong ໃຫ້ຮູ້ວ່າ, IPU ມີຄວາມເພິ່ງພໍໃຈຕໍ່ຜົນສຳເລັດທີ່ບັນລຸໄດ້ທີ່ IPU 132 ພ້ອມທັງຮັບຮອງເອົາຖະແຫຼງການຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ: ຫັນຄຳເວົ້າເປັນການກະທຳ”.

        ກໍ່ຕາມທ່ານ Chungong ແລ້ວ, ຫວຽດນາມ ອາດສາມາດສວມບົດບາດສຳຄັນ, ບົດບາດສົ່ງເສີມການຮ່ວມມືໃນພາກພື້ນ ເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ພ້ອມທັງຢືນຢັນວ່າ IPU ສະໜັບສະໜູນສະພາແຫ່ງຊາດຫວຽດນາມ ສືບຕໍ່ຮັກສາບົດບາດນຳໜ້າໃນການເຄື່ອນໄຫວ, ຮ່ວມມືລະຫວ່າງລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ