ເລຂາທິການໃຫຍ່,ປະທານປະເທດບຸນຍັງວໍລະຈິດຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ

ເລຂາທິການໃຫຍ່,ປະທານປະເທດບຸນຍັງວໍລະຈິດຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ - ảnh 1
ການ​ຕ້ອນ​ຮັບ​ໃນ​ວັນ​ທີ 27/10

(vovworld) - ​​ຕອນ​ບ່າຍ​ວັນ​ທີ 27/10, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ທ່ານ​ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ​ນາງ ເຈືອ​ງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​​ຂົນ​ຂ​ວາຍ​ປະ​ຊາ​ຊົນສູນ​ກາງນ​ຳ​ໜ້າ​ໄປ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ 2 ພັກ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ເຊື່ອມ​ໂຍງ​ສາ​ກົນ - ບົດ​ຮຽນ​ຂອງ​ລາວ, ບົດ​ຮຽນ​ຂອງ ຫວຽດ​ນາມ”. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ເຈືອງ​ທິ​ມາຍ ຢັ້ງ​ຢືນ​ວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ 2 ພັກ​ຈະ​ປະ​ກອບ​ສ່ວນ​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ 2 ປະ​ເທດ​ໃນ​ພາ​ລະ​ກິດ​ປ່ຽນ​ໃໝ່. ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ​ສານ​​ດ້ານ​ທິດ​ສະ​ດີ, ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຊ່ວ​ຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ພ້ອມ​ກັນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງມ​ີ​ໄຊ.

        ສ່ວນ​ທ່ານ​ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຫວັງ​ວ່າ 2 ຝ່າຍ​​ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແບ່​ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ແລກ​ປ່ຽນ​ບັນ​ດາ​ຫົວ​​ເລື່ອງ​ສະ​ເພາະ ແລະ ຫົວ​ເລື່ອງ​​ການຄົ້ນ​ຄ້​ວາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສ​ົນ​ໃຈ​ເພື່ອ​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນໄດ້ ແລະ ພວມ​ວາງ​ອອກ​ໃນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ໃໝ່, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ 2 ພັກ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ເຊື່ອມ​ໂຍງ​ສາ​ກົນ - ບົດ​ຮຽນ​ຂອງ​ລາວ, ບົດ​ຮຽນ​ຂອງ ຫວຽດ​ນາມ”.


ຂ່າວ/ບົດ​ອື່ນ