ເລຂາທິການໃຫຍ່,ປະທານປະເທດລາວພົບປະກັບອະດີດທະຫານອາສາສະໝັກ,ນັກຊ່ຽວຊານຫວຽດນາມຢູ່ລາວແລະລຸ້ນໜຸ່ມ 2 ປະເທດ

(VOVWORLD) -ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປລາວ ບຸນຍັງ ວໍລະຈິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່າວຊານຫວຽດນາມ ຢູ່ລາວ ແລະ ລຸ້ນໜຸ່ມຫວຽດນາມ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມການພົບປະ.
ເລຂາທິການໃຫຍ່,ປະທານປະເທດລາວພົບປະກັບອະດີດທະຫານອາສາສະໝັກ,ນັກຊ່ຽວຊານຫວຽດນາມຢູ່ລາວແລະລຸ້ນໜຸ່ມ 2 ປະເທດ - ảnh 1 (ທ່ານເລຂາທິການໃຫຍ່,ປະທານປະເທດລາວພົບປະກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມຢູ່ລາວແລະລຸ້ນໜຸ່ມ 2 ປະເທດ)

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ, ມູນເຊື້ອສາມັກຄີແບບພິເສດຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າລວມຂອງ 2 ຊາດໃນໄລຍະປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນຕະຫຼອດ 40 ປີຜ່ານມາ.

        ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຊີ້ແຈ້ງວ່າ, ໃນເງື່ອນໄຂສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ວ່ອງໄວ, ຍິ່ງກວ່າເວລາໃດໝົດ ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດ ຕ້ອງມີຄວາມຮັບຜິດຊອບສູງໃນການປົກປັກຮັກສາ, ສ້າງສາ, ເສີມຂະຫຍາຍການພົວພັນທີ່ຫາຍາກ, ໂປ່ງໄສລະຫວ່າງປະຊາຊົນລາວ - ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢືນຢັນວ່າ, ຈະສືບຕໍ່ພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ປົກປັກຮັກສາ, ສ້າງສາສາຍພົວພັນແບບພິເສດນີ້ໃຫ້ກາຍເປັນມໍລະດົກ ເພື່ອສືບທອດໃຫ້ລຸ່ນຕໍ່ໆໄປ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ 5 ຄົນ ທີ່ຕາງໜ້າໃຫ້ແມ່ຫວຽດນາມ ວິລະຊົນນັບພັນຄົນ ທີ່ມີຜົວ, ລູກໄດ້ເສຍສະຫຼະຊີວິດຢູ່ເຂດດິນແດນຂອງລາວ ເພື່ອພື້ນຖານເອກະລາດຂອງ 2 ຊາດລາວ - ຫວຽດນາມ.

ເລຂາທິການໃຫຍ່,ປະທານປະເທດລາວພົບປະກັບອະດີດທະຫານອາສາສະໝັກ,ນັກຊ່ຽວຊານຫວຽດນາມຢູ່ລາວແລະລຸ້ນໜຸ່ມ 2 ປະເທດ - ảnh 2 (ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ)

       ແລະ ກໍ່ໃນຕອນບ່າຍວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຂອບໃຈສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ບັນດາທະຫານອາສາສະໝັກຫວຽດນາມ, ບັນດານັກຊ່ຽວຊານຫວຽດນາມ ທີ່ໄດ້ຊ່ວຍເຫຼືອປະຊາຊົນລາວ ໃນຊຸມປີຕໍ່ສູ້ ກໍຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ - ລາວ ສືບຕໍ່ມີການເຄື່ອນໄຫວແທດຈິງຫຼາຍຢ່າງກວ່າອີກ ເພື່ອເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ