ເລຂາທິການໃຫຍ່,ປະທານປະເທດຫວຽນຝູຈ້ອງສົ່ງຈົດໝາຍເຖິງປວງຊົນ ເນື່ອງໃນໂອກາດວັນ “ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ”

(VOVWORLD) -ປີ 2020 ແມ່ນຄົບຮອບ 20 ປີທີ່ທ່ານນາຍົກລັດຖະມົນຕີ ປະກາດໃຊ້ຂໍ້ຕົກລົງໂດຍຖືເອົາວັນທີ 07 ເມສາ ໃນແຕ່ລະປີເປັນວັນ “ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ” (07 ເມສາ 2000 – 07 ເມສາ 2020).
ເລຂາທິການໃຫຍ່,ປະທານປະເທດຫວຽນຝູຈ້ອງສົ່ງຈົດໝາຍເຖິງປວງຊົນ ເນື່ອງໃນໂອກາດວັນ “ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ” - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ)

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍເຖິງພໍ່ແມ່ປະຊາຊົນ ແລະ ນັກຮົບໃນທົ່ວປະເທດ, ຍ້ອງຍໍຊົມເຊີຍ, ຮັບຮູ້, ຕີລາຄາສູງການກະທຳອັນສູງສົ່ງຂອງບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ ກໍຄືບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ໄດ້ຕັ້ງໜ້າປະກອບສ່ວນໃຫ້ແກ່ວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ມິດສະຫາຍ, ນັກຮົບໃນທົ່ວປະເທດ, ຜູ້ມີສຸຂະພາບແຂງແຮງດີ, ມີມາດຕະຖານຢ່າງຄົບຖ້ວນ ຈົ່ງກຽມພ້ອມ, ຫ້າວຫັນເຂົ້າຮ່ວມການບໍລິຈາກເລືອດ ແລະ ຕັ້ງໜ້າຂົນຂວາຍທຸກຄົນໃຫ້ບໍລິຈາກເລືອດເປັນປະຈຳ ເພື່ອກູ້ຊ່ວຍເອົາຊີວິດຄົນເຈັບ, ເພື່ອໃຫ້ປະຊາຊົນໃນສັງຄົມມີສຸຂະພາບແຂງແຮງ ແລະ ມະນຸດສະທຳ, ປະກອບສ່ວນປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ, ການພັດທະນາປະເທດຊາດແບບຍືນຍົງ.

        ເນື່ອງໃນໂອກາດນີ້, ໃນລະຫວ່າງວັນທີ 03 – 30 ເມສາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ຄະນະຊີ້ນຳທຸກຂັ້ນ ຈົ່ງພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ຜັນຂະຫຍາຍບັ້ນໂຄສະນາທາງສື່ມວນຊົນເພື່ອຕອບສະໜອງວັນ “ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ”; ແນະນຳບັນດາເລື່ອງລາວ, ຮູບພາບກ່ຽວກັບແບບຢ່າງໃນວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ…

ຕອບກັບ

ຂ່າວ/ບົດ​ອື່ນ