ເລຂາທິການໃຫຍ່ພັກແຮງງານ ເມກຊີໂກ ຕີລາຄາສູງ ພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງ ຫວຽດນາມ

(VOVWORLD) - ທ່ານເລຂາທິການໃຫຍ່ Alberto ຕີລາຄາວ່າການຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2017) ຜ່ານມາຢູ່ດ່ານັ້ງ ຢ່າງສຳເລັດຜົນແມ່ນສັນຍານຂອງຄວາມກ້າວໜ້າ
ເລຂາທິການໃຫຍ່ພັກແຮງງານ ເມກຊີໂກ ຕີລາຄາສູງ ພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງ ຫວຽດນາມ - ảnh 1 ທ່ານ Alberto Anaya Guterez, ເລຂາທິການໃຫຍ່ ພັກແຮງງານ ເມກຊີໂກ (PT)

ທ່ານ Alberto Anaya Guterez, ເລຂາທິການໃຫຍ່ ພັກແຮງງານ ເມກຊີໂກ (PT), ໄດ້ຕີລາຄາສູງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງພັກແຮງງານ ເມກຊີໂກ ກັບ ພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ 2 ພັກ (25/11). ທ່ານເລຂາທິການໃຫຍ່ Alberto Anaya ຖືວ່າ ຫວຽດນາມ ແລະ ເມກຊີໂກຄວນສືບຕໍ່ຊຸກຍູ້ການພົວພັນຮ່ວມມືທຸກດ້ານ.

        ທ່ານເລຂາທິການໃຫຍ່ Alberto ຕີລາຄາວ່າການຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2017) ຜ່ານມາຢູ່ດ່ານັ້ງ ຢ່າງສຳເລັດຜົນແມ່ນສັນຍານຂອງຄວາມກ້າວໜ້າ, ຄວາມວັດທະນາຖາວອນ ແລະ ການພັດທະນາຂອງ ຫວຽດນາມ. ອີກຄັ້ງໜຶ່ງ, ກອງປະຊຸມ APEC 2017 ໄດ້ຢັ້ງຢືນບົດບາດ ແລະ ທີ່ຕັ້ງນັບມື້ນັບສູງຂຶ້ນຂອງ ຫວຽດນາມ ໃນເວທີສາກົນ. ຕາມທ່ານ Alberto Anaya ແລ້ວ, ຫວຽດນາມ ມີຄວາມເອກອ້າງທະນົງໃຈຍ້ອນໄດ້ຈັດຕັ້ງ APEC 2017 ໃຫ້ປະສົບຜົນສຳເລັດ, ປະກອບສ່ວນຊຸກຍູ້ການຄ້າເສລີໃນທົ່ວໂລກ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ