ເລຂາທິການໃຫຍ່ພັກແຮງງານເມຊີກໂກ ຢ້ຽມຢາມ ດານັ້ງ

ເລຂາທິການໃຫຍ່ພັກແຮງງານເມຊີກໂກ ຢ້ຽມຢາມ ດານັ້ງ - ảnh 1
ທ່ານ Alberto Anaya Gutierrez, ​ເລຂາທິກາ​ນ​ໃຫຍ່​ພັກ​ແຮງ​ງານ​ເມ​ຊີກ​ໂກ
ຢ້ຽມຢາມ​ນະຄອນ​ດາ​ນັ້ງ
(ພາບ: monre.gov.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 28/11, ທ່ານ Alberto Anaya Gutierrez, ​ເລຂາທິກາ​ນ​ໃຫຍ່​ພັກ​ແຮງ​ງານ​ເມ​ຊີກ​ໂກ, ສະມາຊິກ​ສະພາ​ຕໍ່າ​ສະຫະພັນ, ປະທານ​ກຸ່ມ​ສະມາຊິກສະພາມິດຕະພາບ​ເມ​ຊີ​ໂກ - ຫວຽດນາມ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ນະຄອນ​ດາ​ນັ້ງ. ທີ່​ການ​ຕ້ອນຮັບ, ທ່ານ​​ເລຂາ​ຄະນະ​ພັກ​ນະຄອນ ຫງວຽນ​ບ໋າ​ແທງ ​ໄດ້​ຕີ​ລາຄາ​ສູງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ ​ແລະ ບັນດາ​ການ​ປະກອບ​ສ່ວນ​ເຊິ່ງພັກ​ແຮງ​ງານ​ເມ​ຊີກ​ໂກ ​ໄດ້ສະຫງວນ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຫວຽດນາມ. ທ່ານ​​ເລຂາ​ຄະນະ​ພັກ​ນະຄອນດາ​ນັ້ງ ກໍ​ສະ​ແດງ​ຄວາມປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ດາ​ນັ້ງ ກັບ ​ເມ​ຊີກ​ໂກ ​ເວົ້າ​ລວມ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ເມ​ຊີກ​ໂກ ​ເວົ້າ​ສະ​ເພາະ ​ໃນ​ບັນດາຂົງ​ເຂດ​ເສດຖະກິດ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ ​ແລະ ວັດທະນະທຳ ​ໃນໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ