ເລຂາທິການໃຫຍ່ສປຊ ຈັດກອງປະຊຸມ 3 ຝ່າຍກັບການນຳ ຢູແກຼນ ແລະ ຕວກກີ, ປຶກສາຫາລືວິທີຢຸດຕິການປະທະກັນ

(VOVWORLD) -ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ, ທ່ານ ແລະ ຄູ່ຮ່ວມຕຳແໜ່ງຢູແກຼນ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ປຶກສາຫາລືເລື່ອງເລີ່ມຈັດການເຈລະຈາສະຫງົບເລິກກັບ ລັດເຊຍ ຄືນໃໝ່
ເລຂາທິການໃຫຍ່ສປຊ ຈັດກອງປະຊຸມ 3 ຝ່າຍກັບການນຳ ຢູແກຼນ ແລະ ຕວກກີ, ປຶກສາຫາລືວິທີຢຸດຕິການປະທະກັນ - ảnh 1ທີ່ການພົບປະ
(ພາບ: AFP/TTXVN)

ໃນການຢ້ຽມຢາມ ຢູແກຼນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ດຳເນີນກອງປະຊຸມ 3 ຝ່າຍກັບທ່ານປະທານາທິບໍດີປະເທດເຂົ້າພາບ Volodymyr Zelensky ແລະ ທ່ານປະທານາທິບໍດີ ຕວກກີ Tayyip Erdogan, ປຶກສາຫາລືກ່ຽວກັບບັນດາວິທີເພື່ອຢຸດຕິການປະທະກັນຢູ່ ຢູແກຼນ. ກ່າວຄຳເຫັນພາຍຫຼັງກອງປະຊຸມໃນວັນທີ 18 ສິງຫາ, ຢູ່ Lvov, ທາງທິດຕາເວັນຕົກ ຢູແກຼນ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ, ທ່ານ ແລະ ຄູ່ຮ່ວມຕຳແໜ່ງຢູແກຼນ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ປຶກສາຫາລືເລື່ອງເລີ່ມຈັດການເຈລະຈາສະຫງົບເລິກກັບ ລັດເຊຍ ຄືນໃໝ່ ໂດຍອີງໃສ່ບັນຍາກາດຕັ້ງໜ້າຫວ່າງມໍ່ໆມານີ້ ຍ້ອນປະສິດທິຜົນຂອງຂໍ້ຕົກລົງນຳເຂົ້າ-ສົ່ງອອກທັນຍາຫານ ໂດຍສະຫະປະຊາຊາດເປັນຄົນກາງໄກເກ່ຍ. ບັນດາຝ່າຍກໍ່ປຶກສາຫາລືເລື່ອງແລກປ່ຽນນັກໂທດລະຫວ່າງ ລັດເຊຍ ແລະ ຢູແກຼນ. ກໍ່ໃນຂອບເຂດການເຈລະຈາດັ່ງກ່າວ, ຢູແກຼນ ແລະ ສະຫະປະຊາຊາດ ໄດ້ເປັນເອກະພາບບັນດາບັນຫາກ່ຽວຂ້ອງເຖິງພາລະກຳຂອງອົງການພະລັງງານປະລະມານູສາກົນ (IAEA) ຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia.

ຕອບກັບ

ຂ່າວ/ບົດ​ອື່ນ