ເລຂາທິການໃຫຍ່ສປຊກະຕຸກຊຸກຍູ້ລັດເຊຍແລະອາເມລິກາຊອກຫາທິດທາງເດີນໃໝ່ເພື່ອແນໃສ່ຄວບຄຸມອາວຸດ

(VOVWORLD) -ວັນທີ 01 ສິງຫາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກະຕຸກຊຸກຍູ້ໃຫ້ອາເມລິກາ ແລະ ລັດເຊຍ ຮີບເຮັ່ງຊອກຫາຂໍ້ຕົກລົງຕາມ "ທິດພ້ອມກັນກ້າວເດີນໃໝ່" ເພື່ອແນໃສ່ຄວບຄຸມອາວຸດ.

ເລຂາທິການໃຫຍ່ສປຊກະຕຸກຊຸກຍູ້ລັດເຊຍແລະອາເມລິກາຊອກຫາທິດທາງເດີນໃໝ່ເພື່ອແນໃສ່ຄວບຄຸມອາວຸດ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: Infornet)

ຖະແຫຼງການດັ່ງກ່າວຖືກຍົກອອກມາກ່ອນທີ່ສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ຖືກຍົກເລີກ 1 ວັນ.

        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Antonio Guterres ເນັ້ນໜັກວ່າ “ເມື່ອສັນຍານີ້ໝົດຜົນສັກສິດໃນວັນທີ 02 ສິງຫາ, ໂລກຈະເສຍເຄື່ອງມືອັນລ້ຳຄ່າທີ່ສຸດເພື່ອກົດໜ່ວງສົງຄາມນິວເຄຼຍ. ສິ່ງດັ່ງກ່າວຈະມີຄວາມສ່ຽງເຮັດໃຫ້ໄພນາບເພີ່ມຂຶ້ນຂູ່ຍ້ອນບັນດາລູກສອນໄຟນຳວິຖີກໍ່ໃຫ້ເກີດ, ຫາກບໍ່ແມ່ນຫຼຸດລົງ.” ໂດຍບໍ່ຫົວຊາຕໍ່ການໝົດຜົນສັກສິດຂອງເອກະສານດັ່ງກ່າວ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຫຼີກລ້ຽງການກໍ່ຄວາມຂາດສະຖຽນລະພາບ ແລະ ຮີບເຮັ່ງຊອກຫາຂໍ້ຕົກລົງສະບັບໃໝ່ ເພື່ອແນໃສ່ຄວບຄຸມອາວຸດທົ່ວໂລກ.

        ກ່ອນໜ້ານັ້ນ, ວັນທີ 02 ກໍລະກົດ, ທ່ານ John Bolton, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອາເມລິກາ ໄດ້ຢືນຢັນວ່າ, ວໍຊິງຕັນ ໄດ້ຖອນອອກຈາກ INF ຢ່າງເປັນທາງການແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ