ເລຂາທິການໃຫຍ່ສປຊຮຽກຮ້ອງບັນດາປະເທດອາຊີແກ້ໄຂການຂັດແຍ້ງຜືນແຜ່ນດິນໂດຍສັນຕິວິທີ

ເລຂາທິການໃຫຍ່ສປຊຮຽກຮ້ອງບັນດາປະເທດອາຊີແກ້ໄຂການຂັດແຍ້ງຜືນແຜ່ນດິນໂດຍສັນຕິວິທີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-moon
(ພາບ: EPA/TTXVN)

(vovworld) – ວັນ​ທີ 26/5, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-moon ​ໄດ້​ຮຽກ​ຮ້ອງ​ບັນດາ​ປະ​ເທດ ອາຊີ ​ແກ້​ໄຂ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ ​ແລ​ະ ປະຫວັດສາດ​ໂດຍ​ສັນຕິ​ວິທີ​ເພື່ອ​​ເປີດ​ຊ່ອງ​ທາງ​ໃຫ້​ອະນາຄົດ. ກ່າ​ວຄຳ​ເຫັນ​ທີ່​ເວທີ​ປາ​ໄສທີ່​ໄດ້​ຈັດ​ຕັ້ງ​ໃນ​ເກາະ Jeju, ທາງ​ພາກ​​ໃຕ້ ສ. ​ເກົາຫຼີ, ທ່ານ Ban Ki – moon ຖື​ວ່າ: ບັນດາ​ປະ​ເທດ ອາຊີ ຕ້ອງ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງ​ມາ​ແຕ່​ດົນ​ແລ້ວ ​ແລະ ປະຈຸ​ບັນ​ແມ່ນ​ເວລາ​ເພື່ອ​ບັນລຸ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງ​ຊາຍ​ແດນນຳ​ກັນ. ພິ​ເສດ, ທ່ານ Ban Ki – moon ຍັງ​ຮຽກຮ້ອງ ສ. ​ເກົາຫຼີ, ຍີ່ປຸ່ນ ​ແລະ ຈີນ ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ 3 ຝ່າຍ​ຄັ້ງ​ຕໍ່​ໄປ​ໃນ​ໄລຍະ​ໄວ​ໆ​ນີ້, ​ໃນ​ສະພາບທີ່​ບັນດາ​ປະ​ເທດ​ດັ່ງກ່າວ​ຍັງ​ບໍ່​ທັນ​ແກ້​ໄຂ​ໄດ​້ບັນດາ​ການ​ຂັດ​ແຍ​​້ງກັນທີ່​ກ່ຽວ​ຂ້ອງ​ເຖິງ​ປະຫວັດສາດ ​ແລະ ​ຜື​ນ​ແຜ່ນ​ດິນ. ທ່ານ​ຖື​ວ່າ: ດ້ວຍ​ວິທີ​ແກ້​ໄຂ​ບັນຫາ​​ປະ​ຫວັດ​ສາດ​ຢ່າງສິ້ນ​ເຊິ່ງບັນດາ​ປະ​ເທດ ອາຊີ ສາມາດ​ມຸ່ງ​ໄປ​ເຖິງ​ອະນາຄົດ. ທ່ານ​ເລຂາທິການ​ໃຫຍ່ ສປຊ ກໍ່​ຊີ້​ແຈ້ງ​ບັນຫາ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ​ຜ່ານ​ມາ ທ່ານ ຍັງ​ຮຽກຮ້ອງ​ບັນລຸ​​ຂໍ້​ຕົກລົງ​ລະຫວ່າງ​ບັນ​ດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ​ແລະ ຈີນ ​ເພື່ອ​ແກ້​​ໄຂ​ບັນດາ​ຖະ​ແຫຼ​ງການ​ອະທິປະ​ໄຕ​ທີ່​ຊ້ອນກັນ. ນອກຈາກ​ນັ້ນ, ທ່ານ Ban Ki moon ຍັງ​ຊີ້​ແຈ້ງ​ຄວາມ​ຈິງ​ແມ່ນ​ບັນດາ​ທະວີບ​ອື່ນໆ​ຄື: ອາ​ເມ​ລິ​ກາ​ໃຕ້, ອາບຟຣີກາ ​ແລະ ​ເອີ​ລົບ ບັນ​ລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ຫຼາຍ​ສະບັບ​ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ.

 



ຂ່າວ/ບົດ​ອື່ນ