ເລຂາທິການໃຫຍ່ສປຊຮຽກຮ້ອງບັນດາຝ່າຍທີ່ຂັດແຍ້ງກັນຢູ່ທະເລຕາເວັນອອກເຄົາລົບກົດໝາຍສາກົນ

ເລຂາທິການໃຫຍ່ສປຊຮຽກຮ້ອງບັນດາຝ່າຍທີ່ຂັດແຍ້ງກັນຢູ່ທະເລຕາເວັນອອກເຄົາລົບກົດໝາຍສາກົນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ
(ພາບ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ​​​ພາຍ​ຫຼັງ​ສານ​ກຳມະການ​ປະຈຳ​ (PCA) ຢູ່ລາ​ໄຮ, ປະ​ເທດ​ໂຮນ​ລັງ​ ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບ​ເລື່ອງ​ຟີ​ລິບ​ປີນ ຮ້ອງ​ຟ້ອງ ຈີນ ​ທີ່ກ່ຽ​ວ​ຂ້ອງ​ເຖິງ​ການ​​ຂັດ​ແຍ້ງ​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ. ວັນ​ທີ 12/07, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Ban Ki Moon ໄດ້​ຮ​ຽກ​ຮ້ອງ​ບັນ​ດາ​ຝ່າຍ​ທີ່​ມີິ​ການ​​ຂັດ​ແຍ້ງ​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ ​ຈົ່ງເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ຫຼີກ​ລ້ຽງ​ບັນ​ດາ​ການ​ກະ​ທ​ຳທີ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ. ທີ່​ການ​ປະ​ຊຸ​ມຂ່າວ​ປະ​ຈຳ​ວັນ, ຢ​ູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ​ທີ່​​ນະ​ຄອນນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ໂຄ​ສົກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ Stephane Dujarric ໃຫ້​ຮູ​້​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Ban Ki Moon ໄ​ຫ້​ຮູ້​ກ່ຽວ​ກັບ​ຄຳ​ຕັດ​ສິນ​ຂອງ​ PCA ແລະ ທ່ານ​ໄດ້​ຮຽກ​ຮ້ອງ​​ຫຼາຍ​ຄັ້ງ​ໃຫ້ທຸກ​ຝ່າຍ​ຈົ່ງແກ້​ໄ​ຂ​ການ​ຂັດ​ແຍ້ງກັນຢ​ູ່​ທະ​ເລ​ຕາ​ເວັນ​ອອກ ​​ໂດຍ​ສັນ​ຕິ​ວິ​ທີ ແລະ ໄກ່​ເກ່ຍ​ຜ່ານ​ການ​ເຈ​ລະ​ຈາ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ, ການ​ທາບ​ທາມ​ຄວາມ​ເຫັນ​​ທີ່ພວ​ມ​ດ​ຳ​ເນີນ​ກ່ຽວ​ກັບປະ​ມວນ​​ຫຼັກ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງ​ອາ​ຊຽນ ແລະ ຈີນ ໂດຍ​ອີງ​ໃສ່ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຈະ​ພາ​ໄປ​ເຖິງ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້​າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ທີ່​ມີ​ການ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕ​າ​ເວັນ​ອອກ.


ຂ່າວ/ບົດ​ອື່ນ