ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳບັນດາປະເທດເຊື່ອໝັ້ນຕໍ່ແງ່ຫວັງການຮ່ວມມືກັບ ຫວຽດນາມ

(VOVWORLD) - ສະຫະປະຊາຊາດ ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນບັນດາຄວາມມານະພະຍາຍາມຮ່ວມໃນການແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.
ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳບັນດາປະເທດເຊື່ອໝັ້ນຕໍ່ແງ່ຫວັງການຮ່ວມມືກັບ ຫວຽດນາມ - ảnh 1(ພາບປະກອບ: TTXVN)

            ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02 ກັນຍາ1945 – 02 ກັນຍາ 2023), ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳຂອງຫຼາຍປະເທດໄດ້ສົ່ງສານອວຍພອນເຖິງ ການນຳພັກ ແລະ ລັດ ຫວຽດນາມ.

            ໃນສານອວຍພອນທີ່ສົ່ງເຖິງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ, ສະຫະປະຊາຊາດ ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນບັນດາຄວາມມານະພະຍາຍາມຮ່ວມໃນການແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.

          ໃນສານອວຍພອນຂອງບັນດາການນຳ ໄທ ໄດ້ຕີລາຄາສູງການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນໄລຍະ 10 ປີຜ່ານມາ ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມມືໃນທຸກຂົງເຂດສຳຄັນກັບ ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ.

            ໃນສານອວຍພອນສົ່ງເຖິງທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເຊື່ອໝັ້ນວ່າ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ທັງສອງປະເທດໃນໄລຍະຈະມາເຖິງ.

            ເນື່ອງໃນໂອກາດນີ້, ເຈົ້າຊີວິດ ອັງກິດ Charles III, ປະທານາທິບໍດີສະຫະພັນ ເຢຍລະມັນ Frank-Walter Steinmeier, ປະທານາທິບໍດີ ສ.ອີຕາລີ Sergio Mattarella, ປະທານາທິບໍດີ ສ.ຝະລັ່ງ Emmanuel Macron... ກໍ່ໄດ້ສົ່ງຈົດໝາຍອວຍພອນ, ສານອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ