ເລຂາທິການໃຫຍ່ສະຫະປະຊາຊາດຊົມເຊີຍລັດຖະບານທີ່ຫາກໍ່ໄດ້ສ້າງຕັ້ງໃໝ່ຢູ່ອີຮັກ

(VOVWORLD) -ວັນທີ 07 ພຶດສະພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍລັດຖະບານທີ່ຫາກໍ່ໄດ້ຮັບການສ້າງຕັ້ງໃໝ່ຢູ່ອີຣັກ ໂດຍທ່ານນາຍົກລັດຖະມົນຕີ Mustafa al – Kadhimi ນຳໜ້າ.

ເລຂາທິການໃຫຍ່ສະຫະປະຊາຊາດຊົມເຊີຍລັດຖະບານທີ່ຫາກໍ່ໄດ້ສ້າງຕັ້ງໃໝ່ຢູ່ອີຮັກ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: THX/TTXVN)

ໃນແຈ້ງການເຊິ່ງທ່ານໂຄສົກ Stephane Dujarric ປະກາດ, ທ່ານເລຂາທິການໃຫຍ່ Antonio Guterres ໄດ້ສະແດງໃຫ້ເຫັນການສະໜັບສະໜູນສຳລັບລັດຖະບານໃໝ່ຂອງອີຣັກ, ພ້ອມທັງຮຽກຮ້ອງໃຫ້ດຳເນີນການປະຕິຮູບເພື່ອປົວແປງການດຳລົງຊີວິດໃຫ້ແກ່ປະຊາຊົນ, ກໍຄືປັບປຸງບັນດາອົງການປະຊາທິປະໄຕຢູ່ປະເທດຕາເວັນອອກກາງນີ້. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງເສີມການປະຕິບັດສຳເລັດວຽກງານສ້າງຕັ້ງລັດຖະບານໃໝ່ຂອງອີຣັກ ໂດຍໄວ, ນັບທັງການແຕ່ງຕັ້ງແມ່ຍິງດຳລົງຕຳແໜ່ງທີ່ຍັງຫວ່າງໃນຄະນະລັດຖະບານ. ທ່ານກໍ່ຢືນຢັນເຖິງຄຳໝັ້ນສັນຍາຂອງສະຫະປະຊາຊາດ ກ່ຽວກັບການໜູນຊ່ວຍປະຊາຊົນ ແລະ ລັດຖະບານອີຣັກ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ແລະ ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ທ່ານ Kadhimi ໄດ້ສາບານຕົວເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີອີຣັກ ໃນວັນທີ 06 ພຶດສະພາ ຜ່ານມາ, ພາຍຫຼັງດຳເນີນການເຈລະຈາດ້ານການເມືອງມາໄດ້ຫຼາຍອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ