ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງການເຈລະຈາຢູ່Burundi

ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງການເຈລະຈາຢູ່Burundi - ảnh 1
(ພາບປະກອບ: AFP/ TTXVN)

(vovworld) –  ວັນ​ທີ 24/5, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ຮຽກຮ້ອງ​ລັດຖະບານ ​ແລະ ບັນດາ​ກຸ່ມ​ຝ່າຍຄ້ານ​ຢູ່ Burundi ບໍ່ປະ​​ໃຫ້ການ​ໃຊ້​ຄວານ​ຮຸ້ນ​ແຮງ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​​ການ​ເຈລະຈາ ​ໂດຍ​ສະ​ຫະປະຊາ​ຊາດ​ໜູນ​ຊ່ວຍ​ຢູ່​ປະ​ເທດ​ນີ້. ຖະ​ແຫຼ​ງການ​ໂດຍ​ທ່ານ Ban Ki Moon ຍົກ​ອອກ​ມາ​ພາຍຫຼັງ​ການ​ນຳ​ຝ່າຍ​ຄ້ານ Burundi  ທ່ານ​ໜຶ່ງ​ຖືກລອບ​ສັງຫານ. ທ່ານ​ເລຂາທິການ​ໃຫຍ່ Ban Ki Moon ​ໄດ້​​ເລັ່ງລັດ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຢູ່ Burundi ບໍ່​​ໄດ້ຖອຍ​ຫຼັງຕໍ່​ການ​ໃຊ້​ຄວາມ​ຮຸ້ນ​ແຮງ, ຊອກ​ຫາ​ວິທີ​ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ,​ ຊ່ວຍ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ສະດວກ​ໃຫ້​ແກ່​ການ​​ເລືອກ​ຕັ້ງ​ສັນຕິພາບ,​ ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮອບດ້ານ​ຢູ່ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ