ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັ່ງ​ມີ​ແບ່ງ​ປັນ​ວັນ​ຊ​ິນ​ກັນ​ໂຄວິດ - 19

(VOVWORLD) -ວັນທີ 28 ມີນາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດຮັ່ງມີ ແບ່ງປັນວັກຊິນກັນໂຄວິດ - 19 ເພື່ອຊ່ວຍໃຫ້ຢຸດຕິໂລກລະບາດໂຄວິດ - 19.
ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັ່ງ​ມີ​ແບ່ງ​ປັນ​ວັນ​ຊ​ິນ​ກັນ​ໂຄວິດ - 19 - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ (ພາບ: TTXVN)

ທ່ານ ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ລະບົບສາກົນໜູນຊ່ວຍວັກຊິນໃຫ້ແກ່ບັນດາປະເທດທຸກຍາກ (COVAX) ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນມີການເຄື່ອນໄຫວສະສົມຢ່າງຫຼວງຫຼາຍ. ຕາມທ່ານ Antonio Guterres ແລ້ວ, ເລື່ອງຢຸດຕິໂລກລະບາດໂຄວິດ - 19 ແມ່ນຂຶ້ນກັບຄວາມສາມາດໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນໃນທົ່ວໂລກເປັນສ່ວນຫຼາຍ. ທ່ານຮຽກຮ້ອງໃຫ້ສະໜັບສະໜູນກົນໄກໂດຍກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນຢູ່ແຖວໜ້າ ໂລກ (G20) ໜູນຊ່ວຍເພື່ອຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ - 19 ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ