ເລຂາທິການໃຫຍ່ສະຫະປະຊາຊາດແຕ່ງຕັ້ງທູດພິເສດກ່ຽວກັບດ້ານການເງິນ ແລະ ການກະທຳກ່ຽວກັບດິນຟ້າອາກາດ

(VOVWORLD) - ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ແຕ່ງຕັ້ງທ່ານ Mark Carney ເປັນທູດພິເສດກ່ຽວກັບດ້ານການເງິນ ແລະ ການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ແທນທ່ານ Michael Bloomberg ທີ່ພວມເຂົ້າຮ່ວມການຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020.

        ແຈ້ງການຂອງຫ້ອງການການຂ່າວຂອງເລຂາທິການໃຫຍ່ສະຫະປະຊາຊາດໃຫ້ຮູ້ວ່າ: ທ່ານ Mark Carney ມີໜ້າທີ່ປະຕິບັດໂຄງການດຳເນີນງານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍຂອງສັນຍາ ປາຣີ ແນໃສ່ຈຳກັດການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໃຫ້ຕ່ຳກ່ວາ 1,5 ອົງສາ C.

ຕອບກັບ

ຂ່າວ/ບົດ​ອື່ນ