ເລຂາທິການໃຫຍ່ສະຫະພັນບານເຕະອາຊີ ຊົມເຊີຍ ທິມບານເຕະ U23 ຫວຽດນາມ

(VOVWORLD) -ການແຂ່ງຂັນຂອງບັນດານັກກິລາ U23 ຫວຽດນາມ ຢູ່ຮອບຄັດເລືອກແມ່ນດີທີ່ສຸດ.

ຕາມສະຫະພັນບານເຕະຫວຽດນາມ (VFF) ແລ້ວ, ຫວ່າງແລ້ວນີ້, ທ່ານ Dato’ Windsor John ເລຂາທິການໃຫຍ່ສະຫະພັນບານເຕະ ອາຊີ (AFC) ໄດ້ຝາກຈົດໝາຍເຖິງທ່່ານ ເລແຄ໊ງຫ໋າຍ ປະທານສະຫະພັນບານເຕະຫວຽດນາມ ເພື່ອຊົມເຊີຍທິມບານເຕະ U23 ຫວຽດນາມ ທີ່ບັນລຸໄດ້ຜົນງານດີເລີດໃນການແຂ່ງຂັນຢູ່ຮອບຄັດເລືອກ ແລະ ໄດ້ເຂົ້າໄປແຂ່ງຂັນໃນຮອບຊີງຊະນະເລີດ ໃນການແຂ່ງຂັນບານເຕະ U23 ອາຊີ 2020 ເຊິ່ງຈະໄດ້ຈັດຂຶ້ນຢູ່ປະເທດໄທ ຢ່າງເປັນທາງການ.

         ໃນຈົດໝາຍ, ທ່ານເລຂາທິການໃຫຍ່ສະຫະພັນບານເຕະ ອາຊີ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ປາດຖະໜາວ່າ ປະທານສະຫະພັນບານເຕະຫວຽດນາມ ຈະນໍາເອົາຄໍາອວຍພອນໄປຍັງຄະນະຄູຝຶກ ແລະ ນັກກິລາ U23 ຫວຽດນາມໝົດທຸກຄົນ; ພ້ອມທັງຖືວ່າ ການແຂ່ງຂັນຂອງບັນດານັກກິລາ U23 ຫວຽດນາມ ຢູ່ຮອບຄັດເລືອກແມ່ນດີທີ່ສຸດ. ທ່ານເຊື່ອວ່າ ນັກກິລາໜຸ່ມທີ່ເຕັມໄປດ້ວຍຄວາມເກັ່ງກ້າສາມາດເຫຼົ່ານີ້ ຈະສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ບານເຕະອາຊີໃນອະນາຄົດ; ອວຍພອນໃຫ້ທິມບານເຕະ U23 ຫວຽດນາມ ໂຊກດີ ແລະ ບັນລຸໄດ້ໝາກຜົນດີທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ