ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ກະກຽມໃຫ້ກອງປະຊຸມໃຫຍ່ພັກທົ່ວປະເທດເປັນຢ່າງດີ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ກະກຽມໃຫ້ກອງປະຊຸມໃຫຍ່ພັກທົ່ວປະເທດເປັນຢ່າງດີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ສູນ​ກາງ

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 9/2, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ສູນ​ກາງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ໃຫ້​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ  ນອກ​ຈາກ​ການ​ປະ​ຕິ​ບັດ​ວຽກ​ງາ​ນກວດ​ກາ​ເປັນ​ຢ່າງ​ດີແລ້ວ ​ຍັງ​ຕ້ອງ​ເພີ່ມ​ທະ​ວີ​ພາ​ລະ​ໜ້າ​ທີ່​ຕິດ​ຕາມກວດ​ກາ​ກ່​ວາ​ອີກ, ເປັນ​ເຈົ້າ​ການ ແລະ ເດັດ​ດ່ຽວ, ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ເຫດ​ການ​ເກີດ​ຂຶ້ນ. ທ່ານ​ເລ​ຂາ​ທິກ​ານ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຮຽກ​ຮ້ອງ​ວ່າ: ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ ແລະ ກົດ​ລະ​ບຽບ​ຂອງ​ພັກ​ຕ້ອງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານກໍ່​ສ້າງ​ພັກ ແລະ ກະ​ກຽມ​​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ​ກໍ່​ຄື​ກອງ​ປະ​ຊຸມ​ໃຫຍ່​​ພັກທົ່ວ​ປະ​ເທດ​, ພິ​ເສດ​ແມ່ນ​ວຽກ​ງານ​ພາ​ລະ​ທິ​ການ.

          ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ​ຝາກ​ຄຳອວຍ​ພອນ​ປ​ີ​ໃໝ່​ເຖິງ​ພະ​ນັກ​ງານ, ພາ​ລະ​ກອນ​ຂອງ​ຂະ​ແໜງກວດ​ກາ​ພັກ ແລະ ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ ​ປີ​ໃໝ່​ຈົ່ງ​ມີ​ພະ​ລັງ​ຊີ​ວິດ​ໃໝ່, ຄວາມ​ຕັດ​ສິນ​ໃຈ​ໃໝ່, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ.

 


ຂ່າວ/ບົດ​ອື່ນ