ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ່ຈ້ອງ ກ່າວ​ຄຳ​ເຫັນ​ທີ່​
ກອງ​ປະຊຸມ​ໃຫຍ​​ຜູ້​ແທນ​ອົງຄະ​ນະ​ພັກ​ກອງທັບ​ຊຸດທີ 10)


(vovworld) – ​    ວັນ​ທີ 22/9, ຢູ່​ຮ່າ​ໂນ້ຍ, ​ໄຂ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ອົງຄະ​ນະ​ພັກ​ກອງທັບ​ຊຸດທີ 10, ​ໄລຍະ 2015 – 2020ຢ່າງ​ສົມ​ກຽດ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ​ເລຂາ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ຫງວຽນ​ຟູ່ຈ້ອງ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​. ດ້ວຍ​ຫົວ​ຂໍ້ “ ສືບ​ຕໍ່​​ປ່ຽນ​ໃໝ່​, ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ, ນຳພາ, ກຳລັງ​ສູ້​ຮົບ; ກໍ່ສ້າງ​ກອງທັບ​ປະຊາຊົນ​ປະຕິວັດ, ​ເປັນກອງທັບ​ຫລວງ, ຍອດ​ຢ້ຽ​ມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ; ​ເປັນ​​ແກ່ນສານກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ. ປ້ອງ​ກັນ​ປະ​ເທດ​ ຫວຽດນາມ ສັງຄົມ​ນິຍົມ​ໃຫ້​ໝັ້ນຄົງ ”, ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກອງທັບ​ຊຸດ​ທີ 10 ກຳນົດ​ທິດ​ທາງ, ​ເປົ້າ​ໝາຍ, ໜ້າ​ທີ່​ການ​ທະຫານ, ປ້ອງ​ກັນຊາ​ດ ​ແລະ ກໍ່ສ້າງ​ອົງຄະ​ນະ​ພັກ​ກອງທັບ​ໄລຍະ 5 ປີ 2015 – 2020.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ: ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ພັກ​ກອມ​ມູນິດ ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປວງ​ຊົນ, ທັງ​ລະບົບ​ການ​ເມື​ອງ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ; ປົກ​ປັກ​ຮັກສາ​ພັກ, ລັດ, ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ; ປົກ​ປັກ​ຮັກສາ​ພາລະກິດ​ປ່ຽນ​ໃໝ່, ພາລະກິດຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ:

        “ໃນບໍ່​ວ່າ​ເງື່ອນ​ໄຂ, ສະພາບ​ການ​ໃດໆ ກອງທັບກໍ່​ຕ້ອງ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ລັດ, ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ​ຢ່າງ​ເດັດຂາດ. ​ເປັນ​ເຈົ້າ​ການ, ​ມີໄຫວ​ພິກ​​ໃນ​ການຕໍ່ສູ້​ກັບ​ບັນດາ​ທັດສະນະ, ຄວາມ​ຮັບ​ຮູ້​ທີ່ຜິດພາດ, ຮັກສາ​​ແນວຮົບດ້ານ​ແນວ​ຄິດ​ຂອງ​ພັກ​ໃນ​ກອງທັບ​ໄວ້​ຢ່າງ​ໝັ້ນຄົງ, ປະກອບສ່ວນ​ເຮັດ​ໃຫ້ກົມ​ອຸບາຍ “ການ​ຜັນ​ແປ​ສັນ​ຕິ​ພາບ” ຂອງ​ບັນດາ​ອິດ​ທິກຳລັງ​ປໍ​ລະ​ປັນ​ປະລາ​ໄຊ. ບໍ່​ໄດ້ລະ​ເມີ​ເຟີ້​ຝັນ, ຂາດ​ຄວາມ​ລະມັດລະວັງ ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ກອງທັບ​ເຮືອ, ກອງທັບປ້ອງ​ກັນ​ອາກາດ - ກອງທັບ​ອາກາດ, ການ​ຮົບ​ເອ​​ເລກ​ໂຕ​ນິກ, ສືບສວນ​ດ້ວຍ​ເຕັກນິກ ​ແລະ ຕຳຫລວດ​ທະ​ເລ​ເປັນ​ທັນ​ສະ​ໄໝ​ໃຫ້​ເປັນ​ຢ່າງ​ດີ”.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ສະ​ເໜີ​ອົງຄະ​ນະ​ພັກ​ກອງທັບ​ເປັນ​ເຈົ້າ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ສຳນັກງານ, ອົງການຈັດ​ຕັ້ງ​ສູນ​ກາງ ​ແລະ ຄະນະ​ພັກ, ອຳນາດ​ການ​ປົກຄອງ​​ທ້ອງ​ຖິ່ນ​ປັບ​ປຸ່ງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວປວງ​ຊົນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ.

        ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ກອງທັບ​ຊຸດ​ທີ 10 ຈະ​ອັດ​ລົງ​ໃນ​ວັນ​ທີ 24/9.

 

ຂ່າວ/ບົດ​ອື່ນ