ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ.ລາວ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ທີ່ ສຳນັກງານສູນກາງພັກ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມຸນິດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ສປປ.ລາວ ໂດຍ ທ່ານ ຄຳພັນວິພາວັນ ຮອງປະທານປະເທດ ລາວ ນຳໜ້າ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ.ລາວ - ảnh 1 (ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຫວຽດນາມ ຕ້ອນຮັບ

ທ່ານ ຄຳພັນວິພາວັນ ຮອງປະທານປະເທດ ລາວ)

ພວມມີການຢ້ຽມຢາມ ແລະ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນການທູດ ຄົບຮອບ 55 ປີ ແລະ ວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 40 ປີ. ຢູ່ທີ່ນິ້, ທ່ານ ຄຳພັນວິພາວັນ ຢືນຢັນວ່າ ລາວຈະພ້ອມກັບ ຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫຼັງ ກ່ຽວກັບການພົວພັນສາມັກຄີພິເສດລະຫວ່າງ ລາວ - ຫວຽດນາມ; ສົມທັບກັນຢ່າງແໜ້ນແຟ້ນ ກັບ ຫວຽດນາມເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ  ສະເໜີວ່າ ສອງຝ່າຍຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງ ສອງພັກ, ສອງປະເທດ ຢ່າງມີປະສິດທິຜົນ, ໃນນັ້ນສືບຕໍ່ເພີ່ມທະວີ ແລະ ນຳການພົວພັນດ້ານການເມືອງກ້າວເຂົ້າສູ່ລວງເລິກ, ສົມທົບກັນ ຢ່າງມີປະສິດທິຜົນ ກ່ຽວກັບປ້ອງກັນຊາດປ້ອງກັນຄວາມສາຫງົບ ແລະ ການທູດ, ຊຸກຍູ້ ແລະ ຍົກສູງຄຸນນະພາບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ - ເຕັກນິກຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາເຄື່ອນໃຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໃຫ້ດີ; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນລຸ້ນໝຸ່ນສອງປະເທດ ແລະ ເພື່ອນມິດສາກົນ ເພື່ອເຂົ້າໃຈກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ