ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech HunSen

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech HunSen - ảnh 1
ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບນາຍົກລັດ
ຖະມົນຕີລາຊະອານາຈັກກຳປູເຈຍ Samdech HunSen

(vovworld) – ​ ຕອນ​ບ່າຍ​ວັນ​ທີ 20/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​​ໄດ້ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍ​ທ່ານ Samdech Hun Sen ນາຍົກ​ລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳ​ປູ​ເຈຍ ນຳ​ໜ້າ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນຖານບ້ານ​ໃກ້​ເຮືອນ​ຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນ​ຄົງຍາວ​ນານ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ​ເຊິ່ງ​ໄດ້ນຳ​ມາ​​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ; ສະ​ແດງຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ສະໜັບສະໜູນ, ການຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ເຊິ່ງພັກ​ປະຊາຊົນ ກຳປູ​ເຈຍ, ລັດຖະບານ​ແຫ່ງ​ລາຊະ​ອານາຈັກ ​ແລະ ປະຊາຊົນ ກຳປູ​ເຈຍ ​ໄດ້ສະຫງວນ​ໃຫ້ ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ເຕົ້າ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ເລຂາທິການ​ໃຫຍ່​ສະ​​ເໜີ​ທ່ານ​ນາຍົກລັດຖະມົນຕີ Hun Sen ສືບ​ຕໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ ​ແລະ ພໍ່​ແມ່​ປະຊາຊົນ​ ກຳປູ​ເຈຍ ​ເຊື້ອສາຍ ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ແລະ ພໍ່​ແມ່​ປະຊາຊົນ ກຳປູ​ເຈຍ ​ເຊື້ອສາຍ ຫວຽດນາມ ດຳລົງ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ປະກອບສ່ວນ​ສ້າງສາ​ປະ​ເທດ ກຳປູ​ເຈຍ ​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຖານບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​.

        ສ່ວນ​ທ່ານ Hun Sen ກໍ່ສະ​ແດງ​ຄວາມ​ປິ​ຕິ​ຊົ​ມຊື່ນ​​ໄດ້ມາ​ຢ້ຽມຢາມ ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ ​ເປັນ​ແກ່ນສານ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​​ເຊິ່ງຕໍ່ການ​ສະໜັບສະໜູນ​ຊ່ວຍ​ເຫຼືອຢ່າງ​ໃຫຍ່​ຫລວງ, ລ້ຳ​ຄ່າ, ​ເປັນ​ທຳ ປອດ​ໃສ, ທັນ​ການ​ມີ​ປະສິດທິ​ຜົນ ​ເຊິ່ງ ຫວຽດນາມ ສະຫງວນ​ໃຫ້ ກຳປູ​ເຈຍ ​ໃນ​ພາລະກິດ​ປົດ​ປ່ອນ​ຊາດ, ກູ້​ຊາດ ​ແລະ ປະຊາຊົນ​ ກຳປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກລະບອບດັບ​ດູ​ນ​ເຊື້ອ​ຊາດ, ສະກັດ​ກັ້ນ​ລະບອບດັບ​ສູນ​ເຊື້ອ​ຊາດກັບ​ຄືນ​ມາ ກໍ່​ຄື​ໃນ​ພາລະກິດປອງ​ດອງ​ຊາດ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ Hun Sen ຢືນຢັນ​ວ່າ: ​ເຖິງ​ວ່າ​ສະພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ແນວ​ໃດ​ກໍ່ຕາມ ​ແຕ່ການ​ພົວພັນ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ ກໍ່​ບໍ່​ອາດ​​ປ່ຽນ​ແປງ​ໄດ້. ການ​ນຳ 2 ທ່ານ​ຖື​ວ່າ: 2 ປະ​ເທດ​​​ແມ່ນບ້ານ​ໃກ້​ເຮືອນ​ຄຽງກັນ ສະ​ນັ້ນຄວນ​ມີ​ການ​ພົວພັນ​ສາມັກຄີ, ສະໜິດຕິດ​ພັນກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ 2 ປະ​ເທດ ​ແລະ ​ເພື່ອ​ການ​ພັດທະນາ​ຂອງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ