ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາສູງລາຊະອານາຈັກກຳປູເຈຍ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາສູງລາຊະອານາຈັກກຳປູເຈຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ
 ​ຕ້ອນຮັບ​ທ່ານ Samdech Say Chhum
(ພາບ: TTXVN)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 16/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ສູງ ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍ​ທ່ານ Samdech Say Chhum, ຮອງ​ປະທານ​ພັກ​ປະຊາຊົນ ກຳປູ​ເຈຍ, ປະທານ​ສະພາ​ສູງ​ລາຊະ​ອານາຈັກ ກຳປູ​ເຈຍ ນຳ​ໜ້າ ພວມ​ມີ​ການ​ຢ້ຽມຢາມ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ອົງການ​ນິຕິບັນຍັດ​ຂອງ 2 ປະ​ເທດ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດ​ຮຽນ, ຂໍ້​ມູນ​ຂ່າວສານ ​ແລະ ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ​ເພີ່ມ​ທະວີ​ການ​ກວດກາກະຕຸກ​ຊຸກຍູ້, ຊີ້​ນຳບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຜັນ​ຂະຫຍາຍການປະຕິບັດ​ ​ບັນດາສົນທິສັນຍາ, ສັນຍາ, ຂໍ້​ຕົກລົງ ​ເຊິ່ງ​ໄດ້​ຮັບ​ການລົງ​ນາມລະຫວ່າງ 2 ປະ​ເທດຢ່າງມີ​ປະສິດທິ​ຜົນ ປະກອບສ່ວນ​ເຮັດ​​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອ ​ແລະ ການ​ຮ່ວມ​ມື ຫວຽດນາມ - ກຳປູ​ເຈຍ ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ເລຂາທິການ​ໃຫຍ່ ກໍ​ແຈ້ງ​ໃຫ້​ທ່ານ​ປະທານ Say Chhum ຊາບ​ກ່ຽວ​ກັບ​ສະພາບ​ການ ຫວຽດນາມ ​ແລະ ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງພັກກອມ​ມູນິດ ຫວຽດນາມ.

        ສ່ວນ​ທ່ານ​ປະທານ Say Chhum ຢືນຢັນ​ວ່າ: ກຳປູ​ເຈຍ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາ​ດຂອງ​ຕົນ ​ເພື່ອ​ພ້ອມ​ກັບ ຫວຽດນາມ ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ