ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ - ảnh 1
ທ່ານ​ ຫງວຽນ​ຟູ໋ຈ້ອງ ແລະ ​ທ່ານ​ນາງ Christine Lagarde
(ພາບ: Quang Thái)

(vovworld) –  ຕອນ​ບ່າຍ​ວັນ​ທີ 18/3, ຢູ່​ທຳນຽບ ​ເອກະ​ພາບ, ນະຄອນ​ໂຮ່ຈີ​ມິນ, ທ່ານ​ ຫງວຽນ​ຟູ໋ຈ້ອງ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ໃຫ້​ການ​ຕ້ອນຮັບ​ທ່ານ​ນາງ Christine Lagarde, ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ (IMF), ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຂອງ​ທ່ານ​ນາງ ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ, ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ໜ້າການ​ພັດທະນາ ​ແລະ ການ​ຮ່ວມ​ມື​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ ​ແລະ ​ແທ​ດຈິງ​ລະຫວ່າງ IMF ​ແລະ ຫວຽດນາມ.

        ທ່ານ​ນາງ Christine Lagarde, ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ (IMF) ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ທາງ​ດ້ານ​ເສດຖະກິດ - ສັງຄົມ​ ຊຶ່ງ ຫວຽດນາມ ບັນລຸ​ໄດ້, ພິ​ເສດ​ແມ່ນ​ການ​ຮັກສາ​​​ເສດຖະກິດມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້… ທ່ານ​ນາງ ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ ຢັ້ງຢືນ​ການ​ສະໜັບສະໜູນ​ຢ່າງ​​ແຮງ​ສຳລັບ​ການ​ກຳນົດທິດ​ພັດທະນາ ​ແລະ ໜ້າ​ທີ່​ຈຸດ​ສຸມ​ຂອງ ຫວຽດນາມ ​ທີ່ໄດ້​ວາງ​ອອກ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ຍຸ້​ແຮງ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ພິ​ເສດ​ແມ່ນ​ລະບົບ​ທະນາຄານ, ລັດ​ວິ​ສາ​ຫະກິດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ…


ຂ່າວ/ບົດ​ອື່ນ