ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ

ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​​ຕ້ອນຮັບ​ທ່ານ ຈ໋າງຢ໋ວານ​ແຈ໋ວນ
(ພາບ: Mod.gov.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 27/03, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຈ໋າງຢ໋ວານ​ແຈ໋ວນ, ກຳມະການ​ລັດຖະບານ, ລັດຖະມົນຕີ​, ຫົວ​ໜ້າຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຈີນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸ໋ຈ້ອງ ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງ​ຄະນະ, ຕີ​ລາ​ຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ, ຖື​ນັ້ນ​ແມ່ນ​ມາດ​ຕະການ​ຕັ້ງໜ້າ ປະກອບສ່ວນ​ຫັນ​ການ​ຮັບ​ຮູ້​ລວມ​ທີ່​ບັນລຸ​​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດເປັນ​ລະອຽດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ກໍ່​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​​ໄຫວ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ລະຫວ່າງ​ກອງທັບ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ສະ​ເໜີ 2 ຝ່າຍ​ສືບຕໍ່​ຮັກສາ​ບັນດາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ໃຫ້​ດີ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດຢ່າງ​ມີ​ປະສິດທິ​ຜົນ ຄືການ​ເຈລະຈາ​ນະ​ໂຍບາຍ​ດ້ານ​ປ້ອງ​ກັນຊາ​ດ, ການລາດຕະ​ເວນ​ລວມ​ໃນ​ອ່າວ​ພາກ​ເໜືອ, ການລາດຕະ​ເວນ​ລວມຕາມ​ເສັ້ນ​ຊາຍ​ແດນ​ ທາງ​ບົກ, ການພົບ​ປະ​ແລກປ່ຽນ​ປ້ອງ​ກັນຊາ​ດ, ປະກອບສ່ວນປັບປຸງ​ສາຍ​ພົວພັນ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ 2 ປະ​ເທ​ດ ຫວຽດນາມ - ຈີນ ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ: ​ ຍາມ​ໃດ ຫວຽດນາມ ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ຖານ​ບ​້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຈີນ; ສະ​ເໜີ 2 ຝ່າຍ​ຄວນ​ສຸມ​ໃສ່​ສົມທົບ​ກັນ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມ ​ແລະ ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ເປັນ​ຢ່າງ​ດີ ດ້ວຍ​ບັນດາ​ການ​ກະທຳ​​ແທດ​ຈິງ, ລະອຽດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຍູ້​ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ບົນ​ທະ​​ເລ​ຕາ​ເວັນ​ອອກ ຕາມ​ຈິດ​​ໃຈ​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງກັນ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ