ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາຊະອານາຈັກແບນຊິກBrunoAngelet

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາຊະອານາຈັກແບນຊິກBrunoAngelet - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕ້ອນຮັບ ​
 ທ່ານ​ເອກ​ອັກຄະ​ລັດ​ຖະທູດ Bruno Angelet

(vovworld) - ​ຕອນ​ບ່າຍ​ວັນ​ທີ 29/7 ທີ່​ການ​ຕ້ອນຮັບ​ ທ່ານ​ເອກ​ອັກຄະ​ລັດ​ຖະທູດ Bruno Angelet, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້ຮັບ​ຮູ້​ການ​ປະກອບສ່ວນ​ຂອງ ທ່ານ​ເອກ​ອັກຄະ​ລັດ​ຖະທູດ Bruno Angelet ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດຜ່ານ​ມາ, ພ້ອມ​ທັງ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ: ​ ​ການ​ພົວພັນ ຫວຽດນາມ - ລາຊະ​ອານາຈັກ​ແບນ​ຊິກ ຈະ​ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​​ແກ່ປະຊາຊົນ 2 ປະ​ເທດ​ກ່ວາ​ອີກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ​ກໍ​ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ Bruno Angelet ​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ ຫົວໜ້າ​ຄະນະ​​ສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ. ທ່ານ BrunoAngelet ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ທ່ານ​ເລຂາທິການ​ໃຫຍ່, ພະນັກງານ​ບັນດາ​ຂະ​ແໜງການ​, ທ້ອງ​ຖິ່ນຕ່າງໆ​ຂອງ ຫວຽດນາມ ​ທີ່ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ອາ​ຍຸການ​ປະຕິບັດ​ງານ​ຂອງ​ທ່ານ, ສ້າງ​ອາລົມ​ຈິດ​ອັນ​ດີງາມ​ຫລາຍ​ຢ່າງ ​ແລະ ຢືນຢັນ​ວ່າ: ໃນ​ຖານະ​ຕຳ​ແໜ່​ງປະຕິບັດ​ງານ​ໃໝ່ທ່ານຈະ​ສືບ​ຕໍ່​ມານະ​ພະຍາຍາມ​​, ປະກອບສ່ວນ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ລາຊະ​ອານາຈັກ​ແບນ​ຊິກ ກໍ​ຄື​ລະຫວ່າງ​ສະຫະພາບ ​ເອີ​ລົບ ກັບ ຫວຽດນາມ.

 

ຂ່າວ/ບົດ​ອື່ນ