ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ເລຢວນ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ເລຢວນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢ້ຽມຢາມ​ຖາມ​ຂ່າວ ​ແລະ
ອວຍພອນ​ຍາດຕິ​ພີ່ນ້ອງ​ຂອງເລຂາທິການ​ໃຫຍ່ ​ເລ​ຢວນ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 09/07 ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ເລຂາທິການ​ໃຫຍ່ ​ເລ​ຢວນ ຢູ່​ເຮືອ​ນຂອງເລຂາທິການ​ໃຫຍ່ ​ເລ​ຢວນ, ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​​ເຖິງ​ແກ່​ມໍລະນະ​ກຳຂອງເລຂາທິການ​ໃຫຍ່ ​ເລ​ຢວນ (10/07/1986 – 10/07/2016). ເລຂາທິການ​ໃຫຍ່ ​ເລ​ຢວນ ​ແມ່ນ​ການ​ນຳດ້ານ​ການ​ເມືອງທີ່​ເດັດດຽວ, ນັກຍຸດ​ທະ​ສາດ​ດີ​ເດັ່ນ, ນັກ​ຈັດ​ຕັ້ງ​ທີ່​ມີ​ຄວາມ​ປີ​ຊາ​ສາມາດ, ນັກແນວ​ຄວາມ​ຄິດ, ​ແມ່ນປັນຍາຊົນ​ໃຫຍ່​ຂອງການ​ປະຕິວັດ​ ຫວຽດນາມ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາດ້ວຍ​ຄວາມ​ນັບຖື, ສະ​ແດງຄວາມ​ຮູ້​ບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງເລຂາທິການ​ໃຫຍ່ ​ເລ​ຢວນ ທີ່​ມີ​ຕໍ່​ປະ​ເທດ​ຊາດຕໍ່​ຊົນ​ຊາດ, ພັກ ​ແລະ​ປະຊາຊົນ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢ້ຽມຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ຍາດຕິ​ພີ່ນ້ອງ​ຂອງເລຂາທິການ​ໃຫຍ່ ​ເລ​ຢວນ ຍາມ​ໃດ​ກໍ່​ມີ​ສຸຂະ​ພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ, ​ເສີມ​ຂະ​ຫຍາ​ຍມູນ​ເຊື້ອ​ຂອງ​ຄອບຄົວ, ສືບ​ຕໍ່​ປະກອບ​ສ່ວນໃຫ້​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ