ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຝາກສານອວຍພອນເຖິງປະທານພັກCPPຮູນແຊນ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຝາກສານອວຍພອນເຖິງປະທານພັກCPPຮູນແຊນ - ảnh 1
ທ່ານ ຮູນ​ແຊນ
(ພາບ​ປະ​ກອບ)

(vovworld) –  ​ວັນ​ທີ 20/6, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ຝາກ​ສານອວຍ​ພອນ​ເຖິງ​ທ່ານ ຮູນ​ແຊນ, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ (CPP), ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຫາກໍ່​ໄດ້ຮັບ​ການ​ເລືອກ​ຕັ້ງ​ຈາກ​ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ CPP ​ເປັນ​ປະ​ທານ​ພັກນີ້.

        ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ທ່າ​ນ​ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຝ​າກ​ສານອວ​ຍ​ພອນ​ເຖິງກຳມະການ​ຄະນະ​ປະຈຳການ​ສູນ​ກາງ​ພັກ CPP, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ ​ຊາ​ເຄັງ ແລະ ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ການ​​ຄະ​ນະ​ປະ​ຈຳສູນ​ກາງ​ພັກ CPP, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ ໄຊ​ຈູມ ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງປະ​ທານ​ພັກ CPP.


ຂ່າວ/ບົດ​ອື່ນ