ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບທ່ານນາຍົກລັດຖະມົນຕີລາວທອງລຸນສີສຸລິດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ

(vovworld) - ​​​ ​​ຕອນ​ບ່າຍ​ວັນ​ທີ 24/11, ຢູ່ ນະ​ຄອນຫຼວງ ວ​ຽງ​ຈັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ພົບ​ປະ​ກັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ກຳ​ມະ​ການ​ກົມ​ການ​ເມືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັກ​ເຖິງ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພົວ​ພັນ​ ຫວຽດ​ນາມ - ລາວ, ຕີ​ລາ​ຄາ​ສູງ​ 2 ລັດ​ຖະ​ບານ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ກ່ຽວ​ຂ້ອງ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ປີ 2016 ແລະ ຂໍ້​ຕົກ​ລົງ​ແຜນ​ການ​ຮ່ວມ​ມື​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ໃຫ້​ລັດ​ຖະ​ບານ​ລາວ ສືບ​ຕໍ່​​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ​້​ບັນ​ດາ​ວິ​ສາ​ຫະ​ກິດ ຫງວຽດ​ນາມ ທີ່​ພວມ​ລົງ​ທຶນ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ລາວ ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ລົງ​ທຶນ​ເພື່ອ​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ລາວ ແລະ ໃຫ້​ຜົນ​ປະ​ໂຫຍດ​ຂອງ​ທັງ 2 ປະ​ເທດ.

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ຢັ້ງ​ຢືນ​ຈະ​ສົມ​ທົບ​ກັບ​ຝ່າຍ ຫວຽດ​ນາມ ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ບັ​ນ​ດາ​ສັນ​ຍາ, ຂໍ້​ຕົກ​ລົງ​ທີ່​ໄດ້​ເຊັນ​​ກັນ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ​ການສຶກ​ສາ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ - ເຕັກ​ນິກ ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ​ປັບ​ປຸງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ, ກໍ່​ຄື​ຜັ​ນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ສຸ​ມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຄົງ​ຄ້າງ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ ແລະ ຄຸນ​ນະ​ພາບ​ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ ​ຢູ່ລາວ.


ຂ່າວ/ບົດ​ອື່ນ