ເລຂາທິການໃຫຍ່ຫງວຽນຟູຈ້ອງພົບປະຜູ້ມີສິດເລືອກຕັ້ງເມືອງຮ່ວານກ໋ຽມ ແລະບາດິ່ງ

ເລຂາທິການໃຫຍ່ຫງວຽນຟູຈ້ອງພົບປະຜູ້ມີສິດເລືອກຕັ້ງເມືອງຮ່ວານກ໋ຽມ ແລະບາດິ່ງ - ảnh 1
(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງ)

(vovworld) ​ ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາຍຫລັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 08/12, ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ພ້ອມ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮ່ວານ​ກ໋ຽມ ​ແລະ ບາ​ດິ່ງ, ​ເພື່ອແຈ້ງ​​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ແລະ ຮັບ​ຟັງແນວຄິດຈິດໃຈ​ຄວາມມຸ່ງ​ມາດ​ປາດ​ຖະໜາ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່ສົ່ງ​ຕໍ່ເຖິງ​ສະພາ​ແຫ່ງ​ຊາດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮ່ວານ​ກ໋ຽມ ​ແລະ ບາ​ດິ່ງ ຈຳນວນ​ຫລວງຫລາຍ​ຢືນຢັນ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ມີ​ການ​ປ່ຽນ​ໃໝ່​ ​ແລະ ປະຊາທິປະ​ໄຕຫລາຍ​ຢ່າງ, ພິ​ເສດ​​​ແມ່ນ​ໃນ​ບັນດາ​ວາລະປຶກສາ​ຫາລື, ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ລັດຖະບານ.ຜູ້​ມີ​ສິດ​ເລືອກ​ຕັ້ງ ຟູ່ງຢຸຍ​ເມີ້ນ ປະກອບ​ຄຳ​ເຫັນ​ວ່າ:

        “ຜູ້​ມີ​ສິດ​ເລືອກ​ຕັ້ງ​ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ພິ​ເສດ​ແມ່ນ​ວຽກ​ງານ​ນິຕິບັນຍັດ,ອຳນາດບໍລິຫານ ​ແລະ ຕັດສິນ​ບັນດາ​ບັນຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ​ເຖິງ​ວ່າ ​ໂລກ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ຖືກ​ຊຸດໂຊມ, ພິ​ເສດ​ແມ່ນ​ໃນຊຸມ​ປີ​ມໍ່ໆ​ມາ​ນີ້ ​ແຕ່​ວ່າ​ສະພາ​ແຫ່ງ​ຊາດ ​ໄດ້​ວາງ​ອອກ​ຫລາຍ​ມາດ​ຕະການ​ປະຢັດ, ຫລຸດຜ່ອນ​ວຽກ​ງານ​ທີ່​ຍັງ​ບໍ່​ທັນ​ຈຳ​ເປັນ ​ເພື່ອ​ເພີ່ມ​ເງິນ​​ເດືອນ​ໃຫ້​ພະນັກງານ, ພາລະ​ກອນ”

        ຕາງໜ້າ​ໃຫ້​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ, ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຮັບຮອງ​ບັນດາ​ຄຳ​ເຫັນຢ່າງ​ສຸດ​ຈິດ​ສຸດ​ໃຈ ແລະ ທີ່​ຖືກຕ້ອງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ການ​ປະກອບສ່ວນ, ​ເຕື້ອງ​ເຖິງ​ຫລາຍ​ບັນຫາ​ໃຫຍ່​ຂອງປະ​ເທດ​ຊາດ ​ແລະ ບັນດາ​ບັນຫາ​ແທດ​ຈິງ​ສຳລັບ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ