ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມພະນັກງານ,ລັດຖະກອນສະຖານທູດຫວຽດນາມປະຈຳອິນເດຍ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມພະນັກງານ,ລັດຖະກອນສະຖານທູດຫວຽດນາມປະຈຳອິນເດຍ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(vovworld) – ຕອນ​ບ່າຍ​ວັນ​ທີ 19/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງນສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ການ​ທະຫານ Palam ຢູ່​ນະຄອນຫຼວງ New Delhi, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ສ ອິນ​ເດຍ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Manmohan Singh. ຕ້ອນຮັບ​ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຢູ່​ສະໜາ​​ມບິນ​ມີ​ບັນດາ​ສະມາຊິກ​ລັດຖະບານ ອິນ​ເດຍ, ​ເອກ​ອັກຄະ​ລັດ​ຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ພ້ອມ​ກັບ​ບັນດາ​ລັດ​ຖະກອນ​ສະຖານທູດ ​ແລະ ພໍ່​ແມ່ນ​ປະຊາຊົນ, ນັກ​ສຶກສາ ຫວຽດນາມ ຢູ່ ອິນ​ເດຍ.

    ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ ​ແລະ ​​ໂອ້​ລົມ​ກັບ​ພະນັກງານ, ນັກຮຽນ, ນັກ​ສຶກສາ ​ແລະ ພໍ່​ແມ່​ປະຊາຊົນ​ຫວຽດນາມ ຢູ່ ອິນ​ເດຍ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ພະນັກງານ, ລັດຖະກອນ​ສະຖານທູ​ດ ຫວຽດນາມ ປະຈຳ ອິນ​ເດຍ, ຂອງ​ພໍ່​ແມ່ ປຊຊ ​ແລະ ບັນດາ​ນັກຮຽນ, ນັກ​ສຶກສາ ຫວຽດນາມ ​ເຂົ້າ​ໃນ​ການ​ພັດທະນາ​​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ອິນ​ເດຍ ​ໃນ​ຊຸມ​ປີຜ່ານມາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ອິນ​ເດຍ. ທ່ານ ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ, ​​ໃນ​ໄລຍະ​ມໍ່​ນີ້, ພວກ​ເຮົາ​ຈະ​ສືບ​ຕໍ່​ສາມັກຄີ, ສູ້​ຊົນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ໃນ​ຖານະ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ​ກ່ວາ​ອີກ. ສຳລັບ​ພໍ່​ແມ່ ປຊຊ ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ, ນອກ​ຈາກ​ການ​ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ, ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ເພື່ອນ​ມິ​ດ ຍາມ​ໃດ​ກໍ່​ອວຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ. ນັກຮຽນ, ນັກ​ສຶກສາ ​ໄປຮຽນ​ຢູ່ ອິນ​ເດຍ ກໍ່​ເພື່ອ​ປະກອບ​ສ່ວນສ້າງສາ​ປະ​ເທດ​ຊາດ. ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ທີ່​ສຸດ, ​ເປັນ​ທູ​ດ ປຊຊ ​ໃນ​ການ​ພົວພັນ ຫວຽດນາມ - ອິນ​ເດຍ. ພວກ​ເຮົາ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ເດຍ ​ແລ້ວ, ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​​ເພື່ອ​ຍົກ​ສູງ​, ​ເຮັດ​ໃຫ້ການ​ພົວພັນ​ນີ້​ເລິກ​ເຊິ່ງ ກ້າວຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ແທດ​ຈິງ​ກ່ວາ, ມີ​ປະສິດທິ​ຜົນ​ກ່ວາ. ຝ່າຍ​ອິນ​ເດຍຖື​ເປັນ​ສຳຄັນ​ການ​ຢ້ຽມຢາມ​ນີ້.”

        ​ເນື່ອງ​​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ອິນ​ເດຍຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ວາລະສານ NAM TODAY ຂອງ​ອິນ​ເດຍ​ໄດ້​ພິມ​ຈຳໜ່າຍ​ສະບັບ​ພິ​ເສດ. ດ້ວຍ​ຫົວ​ຂໍ້​ວ່າ: “ສະ​ເຫຼີ​ມສະຫຼອງ 6 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອິນ​ເດຍ - ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ອິນ​ເດຍ” ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ອິນ​ເດຍ ຂອງ​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຈະ​ເປີດ​ໜ້າ​ໃໝ່​ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ລະຫວ່າງ ອິນ​ເດຍ ​ແລະ ຫວຽດນາມ. ນອກ​ນັ້ນ, ວາລະສາ​ນຍັງ​ລົງ​ພິມ​ບັນດາບົດ​ຂຽນ​ກ່ຽວ​ກັບ​ການ​ພົວພັນ ອິນ​ເດຍ - ຫວຽດນາມ, ພ້ອມ​ກັບ​ບັນດາ​ຮູ​ບພາບ​ກ່ຽວ​ກັບປະ​ເທ​ດຊາດ ​ແລະ ຊາວ ຫວຽດນາມ.

 

ຂ່າວ/ບົດ​ອື່ນ