ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມກອງປະຊຸມຄະນະພັກທະຫານ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມກອງປະຊຸມຄະນະພັກທະຫານ - ảnh 1
ກອງ​ປະ​ຊຸມ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/12
(ພາບ: qdnd.vn)


(vovworld) - ຕອ​ນ​ເຊົ້າ​ວັນ​ທີ 28/12, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ພັກ​​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ການ​ທະ​ຫານ, ປ້ອງ​ກັນ​ປະ​ເທດ​ປີ 2013. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ທະຫານ​ສູນ​ກາງ ໄດ້​ຊີ້​ແຈ້ງ​ໜ້າ​ທີ່​ວາງ​ອອກ​ຕໍ່​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ ແລະ ທົ່ວ​ລະ​ບົບ​ການ​ເມືອງ​ໃນ​ປີ 2014 ແມ່ນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຄວາມ​ເຫັນ​ດີ​ເຫັນ​ພ​້ອມ, ປະ​ຕິ​ບັດ 3 ຈຸດ​ໝາຍ​ຄື: ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິ​ນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ວັດ, ຮັກ​ສາ​ສະ​ຖຽນ​ລະ​ພາບດ້ານການ​ເມືອງ, ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັກ​ວ່າ​:

“ຄວນ​ສືບ​ຕໍ່​ສ້າງກອງ​ທັບໃຫ້​ໝັ້ນ​ຄົງ, ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ ແລະ ການ​ຈັດ​ຕັ້ງ, ຈົ່ງ​ຮັກ​ພັກ​ດີ​ກັບ​ພາ​ລະ​ກິດ​ປະ​ຕິ​ວັ​ດ​ຂອງ​ພ​ັກ, ຂອງ​ປະ​ຊາ​ຊົນ, ມີ​ເຈດ​ຈຳ​ນົງ​ກຽມ​ພ້ອມ​ຕໍ່​ສູ້ ແລະ ໄຊ​ຊະ​ນະ, ມີ​ຄຸນ​ນະ​ທາ​ດ​ດ້ານ​ການ​ເມືອງ​ຢ່າງ​ໝັ້ນ​ຄົງ, ຍົກ​ສູງ​ສະ​ຕິ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​​ໜ້າ​ທີ່​ວຽກງານທີ່ໄດ້​ຮັບ​ມອບໝາຍ”

ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ ປາດ​ຖະ​ໜາວ່າກອງ​ທັບ​ຈະສືບ​ຕໍ່​ໃກ້ຊິດຕິດ​ແທດ​ກັບ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະ​ຊາ​ຊົນ, ທັງ​​ຕໍ່​ສູ້,​ທັງ​​ປະ​ຕິ​ບັດ​ງານ​ຢ່າງ​ແທ້​ຈິງ.

“ສືບຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຂອງກອງ​ທັບ​, ປະ​ຕິ​ບັດ​ງານ​ເປັນ​ຢ່າງ​ດີ, ຍູ້​ແຮງວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ອົງ​ການ​ການ​ເມືອງ​ສັງ​ຄົມ, ເຂົ້າ​ຮ່ວມ​ການກໍ່​ສ້າງ​ອົງ​ການ​ການ​ເມືອງ​ຢູ່ທ້ອງ​ຖີ່ນ​ຢ່າງ​ໝັ້ນ​ຄົງ ແລະ ເຂັ້ມ​ແຂງ, ປະ​ຕິ​ບັດ​ບັນ​ດາ​ລາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ເປັນ​ຢ່າງ​ດີ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ. . .  ກອງ​ທັບ​ຕ້ອງ​ແມ່ນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ປ້ອງ​ກັນ, ຕ້ານ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ, ກູ້​ໄພ, ກູ້​ຊີບ, ຖືນີ້​ແມ່ນ​ໜ້າ​ຕົ້ນຕໍ​ໃນ​ໄລ​ຍະ​ສັນ​ຕິ​ພາບ.”.

 

ຕອບກັບ

ຂ່າວ/ບົດ​ອື່ນ