ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ

ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ - ảnh 1
ເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ

(vovworld)​ ​- ຕອນ​ເຊົ້າ​ວັນ​ທີ 17/10 ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸ໋ຈອ້ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​ 2014-2015 ຂອງ​ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ (ກະຊວງ​ຕຳຫຼວດ). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາທິ ການ​ໃຫຍ່​ຫງວຽນ​ຟຸ໋ຈອ້ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ໃນ 68 ປີ​​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ເຕີບ​ໃຫຍ່, ​ໃນ​ນັ້ນ​ມີ​ການ​ບຳລຸງ​ສ້າງພະນັກງານ​ນັບ​ໝື່ນ​ຄົນ​ໃຫ້​ພັກ, ລັດ ​ແລະ     ຂະ​ແໜງ​ການ​ຕຳຫຼວດ​.

             ​ໄຈ້​ແຍກ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸ໋ຈ້ອງ ຮຽກຮ້ອງ​ໃນ​ສົກຮຽນ​ໃໝ່​ນີ້​ ດ້ວຍ​ທີ່​ຕັ້ງ​ບົດບາດ​ແມ່ນ​ສູນ​ບຳລຸງ​ສ້າງ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ​ໃຫຍ່​ຂອງ​ຂະ​ແໜງ​ຕຳຫຼວດ, ວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ຕ້ອງ​ກຳ​​ແໜ້ນ ​ແລະ ​ເຊື່ອມ​ຊຶມ​ ບັນດາ​ທັດ​ສະ​ນະ​ພື້ນຖານ​ຂອງ​ພັກ ​ແລະ ລັດຢ່າງ​ເລິກ​ເຊິ່ງ ​ເພື່ອ​ກຳນົດ​​ຈະ​ແຈ້ງ ​ແລະ ປະຕິບັດ​ທິດ​ທາງ​, ຈຸດໝາຍ, ໜ້າ​ທີ່​ໃຫ້​ດີ​ກ່ວາ. ສືບ​ຕໍ່​ປ່ຽນ​ໃໝ່​, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ-​ບຳລຸງ​ສ້າງ, ຖື​ນີ້​ແມ່ນ​ໜ້າ​ທີ່​ໃຈກາງ​ຂອງ​ວິທະຍາຄານ ​ຕາມ​​ເນື້ອ​ໃນຈິດ​ໃຈຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 8 ຊຸດ​ທີ 11 ກ່ຽວ​ກັບການ​ປ່ຽນ​​ໃໝ່​ການ​ສຶກສາ ​- ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ​ແລະ ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ