ເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເມືອງດານເຟື້ອງ

 ເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເມືອງດານເຟື້ອງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​​ຫງວຽນ​ຟູ​ຈ້ອງ ​ເຂົ້າ​ຮ່ວມ​ວັນ​ບຸນ​
ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ເຂດ​ຊຸມ​ ຊົນ​ບ້ານ ທ໋າບ​​ເທື້ອງ)

(vovworld) – ​ເນື່ອງ​​ໃນ​ໂອກ​າດສະ​ເລີມ​ສະຫລອງ 85 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ 18/11, ຕອນ​ບ່າຍ​ວັນ​ທີ 15/11, ທ່ານ​ເລຂາທິການ​ໃຫຍ່​​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ເຂດ​ຊຸມ​ຊົນ​ບ້ານ ທ໋າບ​​ເທື້ອງ, ​ຕາ​ແສງ ຊອງ​ເຟື້ອງ ​ເມືອງ ດານ​ເຟື້ອງ ນະຄອນ​ຮ່າ​ໂນ້ຍ. ​ເມື່ອ​ໂອ​້ລົມ​ກັບ​ປະຊາຊົນ​ບ້ານ ທ໋າບ​ເທື້ອງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມປິ​ຕິ​ຊົ​ມຊື່ນ ​ແລະ ຍ້ອງຍໍ​ບັນດາ​ໝາກຜົນ ​ເຊິ່ງ​ບ້ານ ​ແລະ ຕາ​ແສງ ຊອງ​ເຟື້ອງ ບັນລຸ​ໄດ້​ໃນ​ການ​ປະຕິບັດ​ບັ້ນ​ຂົນ​ຂວາ​ຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດດ້ານ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”. ຊີວິດດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ບັນລຸ​ໄດ້ໝາກຜົນ​ດັ່ງກ່າວ​ແມ່ນ ຍ້ອນ​ວ່າ ພໍ່​ແມ່​ປະຊາຊົນ​ໄດ້​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ​ ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ອົງຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​ວ່າ: ປະຊາຊົນ ​ແລະ ພະນັກງານ​ບ້ານ ທ໋າບ​ເທື້ອງ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ດ້ວຍ​ບັນດາ​ການ​ກະທຳ​ຢ່າງ​​ລະອຽດ ​ແລະ ​ແທດ​ຈິງ ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີໃຫ້​ປະ​ເທດ​ຊາດ ​ແລະ ບ້ານ​ເກີດ​ເມືອງ​ນອນ, ຄວາມຮັກສາ​ສີສັນ​ວັດທະນະທຳ​ອັນ​ດີງາມ ​ແລະ ຮັກ​ແພງ​ກັນ​ໃນ​ຊີ​ວ​ິດການ​ເປັນ​ຢູ່​ທຸກ​ວັນ​ນີ້.

ຂ່າວ/ບົດ​ອື່ນ