ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຈລະຈາກັບເລຂາທິການໃຫຍ່,ປະທານປະເທດສີຈິ້ນຜິງ

(vovworld) - ​​ຕອນ​ບ່າຍ​ວັນ​ທີ 12/1/2017, ພິ​ທີ​ຕ້ອນ​ຮັບ​ທາງ​ການ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ້ຽມ​ຢ​າມ ຈີນ ຢ່າງ​ເປັນ​ທາງ​ການ​ໄດ້​ຂ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່ຫໍ​​ປະ​ຊຸມ​ໃຫຍ່ ນະ​ຄອນ ປັກ​ກິ່ງທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ ສ​ປ ຈີນ ສີຈີ້ນ​ຜິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີຈີ້ນ​ຜິງ ​ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີຈີ້ນ​ຜິງ ຢັ້ງ​ຢືນ​ວ່າ: ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຈີນ ​ຖື​ເປັນ​ສຳ​ຄັນ​​ການ​ພົວ​ພັນ​ກັບ ຫວຽດ​ນາມ.

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຈລະຈາກັບເລຂາທິການໃຫຍ່,ປະທານປະເທດສີຈິ້ນຜິງ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ວ່າ ຍາມ​ໃດ​ ຫວຽດ​ນາມ ກໍ່​ຖື​ເປັ​ນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຈີນ, ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຕ່າງ​ຝ່າຍ​ຕ່າງມ​ີ​ຜົນ​ປະ​ໂຫຍ​ກັບ​ຈີນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ທີ່​ສຸດເມື່ອ​ໄດ້​​ມາຢ້ຽມ​ຢາມປະ​ເທດ​ຈີນ ​ທີ່ສວຍງ​າມ​ໄດ້, ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີຈີ້ນ​ຜິງ ອີກ​ຄັ້ງ​ໜຶ່ງ. ໂດຍ​ຕາງ​ໜ້າ​ໃຫ້​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງພັກ ແລະ ລັດ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີຈີ້ນ​ຜິງ ແລະ ບັນ​ດາ​ການ​ນຳ ຈີນ ​ທີ່ສະ​ຫງວນ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ການ​ຕ້ອນ​ຮັບ​ທີ່​ສະ​ໜິດ​ສະ​ໜົມ, ມິດ​ຕະ​ພາບ, ເຂັ້ມ​ຄົ້ນ​ໄປ​ດ້ວຍ​ນ້ຳ​ໃຈ​​ຖານສະ​ຫາຍ​ອ້າຍ​ນ້ອງ. ເນື່ອງ​ໃນ​ໂອ​ກາດນີ້, ​ຕາງ​ໜ້າ​ໃຫ້​ພັກ ແລະ ລັດ ຫວຽດ​ນາມ, ​ຂໍ​ຊົມ​ເຊີຍ​ໃຫ້​ບັນ​ດາ​ຜົນງານ​ສຳ​ຄັນ, ໃຫຍ່ຫຼວງ​ຂອງ​ຈີນ ​ທີ່ບັນ​ລຸ​ໄດ້​ໃນ​ພາ​ລະ​ກິດ​​ລົງເລິກ ​ປະ​ຕິ​ຮູບ​ການເປີດ​ປະ​ຕູ ແລະ ສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັ​ນ ຈີນ, ພິ​ເສດ​ແມ່ນ​​ນັບ​ແຕ່ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ ຈີນ ມາ​ຮອ​ດ​ປະ​ຈຸ​ບັນ.”

        ການນ​ຳ 2 ​ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ຮັກ​ສາ​ການ​ແລ​ກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ​ລະ​ຫວ່າງ​ການ​ນຳ 2 ພັກ, 2 ລັດ, ເພື່ອ​ແນ​ໃສ່​ແລກ​ປ່ຽນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ໃນ​ການ​ພົວ​ພັນ 2 ຝ່າຍ​ຢ່າງ​ທັນ​ການ, ກຳ​ນົດ​​ທິດຍຸດ​ທະ​ສາດ, ຊ​ີ້​ນຳ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື, ຮັກ​ສາ​​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ທ່າ​ພັດ​ທະ​ນາ​ຢ່າງ​ປ​ອດ​ໃສ, ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີຈີ້ນ​ຜິງ ຢັ້ງ​ຢືນ​ວ່າ ຈີນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ​ສຸດຍອດ APEC 2017, ຝ່າຍ ຫວຽດ​ນາມ ສະ​ແດງ​ກາ​ນ​ສະ​ໜັບ​ສະ​ໜູນ ຈີນ ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ “​ຂອບ​ອ້ອມ​ໜຶ່ງ, ເສັ້ນ​ທາງ​ໜຶ່ງ” ໃນ​ປີ 2017 ປະ​ສົມ​ຜົນ​ສຳ​ເລັດ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ເລ​ຂາ​ທິ​ການ​ໃຫຍ່ 2 ທ່ານ​ລ້ວນ​ແຕ່​ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ຍັງ​ຄົງ​ຄ້າງ​​ຕົ້ນ​ຕໍຂອງ​ການ​ພົວ​ພັນ ຫວຽດ​ນາມ - ຈີນ, ແມ່ນ​ບັນ​ຫາ​ສັບ​ສົນ ແລະ ສຳ​ຄັນ​ທີ່​ສຸດ, ​ອັນ​ໄດ້ສົ່ງ​ຜົນ​​ກະ​ທົບຢ່າງ​ໃຫຍ່ຫຼວງ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ອາ​ລົງ​ຈິດ​ປະ​ຊາ​ຊົນ ແລະ ການ​ພົວ​ພັນ 2 ປະ​ເທດ. ກໍ່​ຄື​​ການ​ພົວ​ພັນ ແລະ ສະ​ພາບ​ການ​ພາກ​ພື້ນ, ໃນໂລກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແ​ມ່ນເດັດ​​ດ່ຽວ​ແກ້​ໄຂ​ການ​​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ເຄົາ​ລົບ​ວິ​ວັດ​​ທະ​ນາການ​​ດ້ານການ​ທູດ ແລະ ນິ​ຕິ​ທຳ, ປະ​ຕິ​ບັດ​ ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ສູ້​ຊົນ​ພ້ອມ​ກັບ ອາ​ຊຽນ ສ້າງ​ສຳ​ເລັດ ກົດ​ແຫ່ງ​ການ​ປະ​ພຶດ ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (COC) ໂດຍ​ໄວ, ຄວບ​ຄຸມ​ ​ຄວາມບໍ່​ລົງ​ລອຍ​ກັນ​ບົນ​ທະ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະ​ທຳສັບ​ສົນ, ​ເຮັດ​ໃຫ້​ການ​ຂັດ​ແຍ້ງ​ກັນ​ປິນ​ຂັ້ນ​ໄດ​ຕື່ມ​ອີກ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ.


ຂ່າວ/ບົດ​ອື່ນ