ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະພັນລະຍາພົບປະເຈລະຈາກັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະພັນລະຍາພົບປະເຈລະຈາກັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນ - ảnh 1
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະພັນລະຍາພົບປະເຈລະຈາກັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນ

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 3/3, ຢູ່​ເຮືອນ​ຮັບ​ແຂກ ໂຮ່​ໄຕ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ພັນ​ລະ​ຍາ ໄດ້​ພົບ​ປະ​ເຈ​ລະ​ຈາ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ພວມ​ຢູ່​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ. ທີ່ກ​ານ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຍີ່​ປຸ່ນ, ປາດ​ຖະ​ໜາ​ຢາກ​ປັບ​ປຸງ ແລະ ເຮັດ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ກັບ​ປະ​ຊາ​ຊົນ​ຍີ່​ປຸ່ນ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

        ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ພ້ອມ​ກັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ພັນ​ລະ​ຍາ ໄດ້​ແລກ​ປ່ຽນ​​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ, 2 ຊາດ ຢ່າງ​ເລິກ​ເຊິ່ງ ພ້ອມ​ທັງເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແລະ ຍ​ີ່​ປຸ່ນ ມີຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ທີ່​ມີ​ແຕ່​ດົນ​ນານ​ໃນ​ປະ​ຫວັດ​ສາດ. ນັ້ນ​ແມ່ນ​​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ ຫວຽດ​ນາມ ແລະ ຍ​ີ່​ປຸ​່ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ໄດ້​ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ຖື​ວ່າ ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ ພວມ​ຢູ່​ໃນ​ໄລ​ຍະ​ພັດ​ທະ​ນາ​ອັນ​ດີ​ງາມ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ຫວັງ​ວ່າ ການ​ຢ້ຽມ​ຢາມ ຈະ​ປະ​ກອບ​ສ່ວນ​ຍູ​້​ແຮງການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​​ໃຫ້ພັດ​ທະ​ນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກ່ວ​າ​ອີກ.


ຂ່າວ/ບົດ​ອື່ນ