ເລຂາທິການໃຫຍ່ຫວຽດນາມ ຕ້ອນຮັບຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ

ເລຂາທິການໃຫຍ່ຫວຽດນາມ ຕ້ອນຮັບຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ - ảnh 1
ທ່ານເລຂາທິການ​ໃຫຍ່ Nguyen Phu Trong ຕ້ອນຮັບ
​ທ່ານ​ຮອງນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ
(ພາບ: vietnamplus.vn)

(vovworld) - ຕອບ​ບ່າຍ​ວັນ​ທີ 27/8, ຢູ່ ຮ່າ​ໂນ້ຍ, ທ່ານເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ລັດຖະບານ​ລາວ ​ໂດຍ​ທ່ານ​ຮອງນາຍົກລັດຖະມົນຕີ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ລາວ - ຫວຽດນາມ  ສົມ​ສະຫວາດ ​ເລັ່ງສະຫວັດ ນຳ​ໜ້າ​ຄະນະ​ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານເລຂາທິການ​ໃຫຍ່ Nguyen Phu Trong  ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ນັບ​ມື້​ນັບ​​ໄດ້​ຮັບ​ການພັດທະນາ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ທ່ານ​ເລຂາທິການ​ໃຫຍ່​ຕີ​ລາຄາ​ສູງ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ສອງ​ປະ​ເທດ​ໃນ​ການຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ ສະຫຼອງ​ປີ ​ແຫ່ງ​ຄວາມ​ສາມັກຄີ ມິດຕະພາບ​ຫວຽດນາມ - ລາວ ຢ່າງ​ສົມ​ກຽດ; ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ກອງ​ປະຊຸມ​ກາງ​ສະ​ໄໝ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ ​ເຊິ່ງຈັດ​ຕັ້ງ​ຢູ່ ຫຼວງ​ພະ​ບາງຜ່ານ​ມາ  ​ແລະ ຖື​ວ່າ​ອະນຸ​ກຳມະການ​ທັງ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ເລັ່ງລັດ, ຕິດຕາມກວດກາບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການລົງ​ນາມຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ສົມທົບ​ກັນ​ເຄື່ອນ​ໄຫວ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ. ຕັ້ງໜ້າ, ​ເປັນ​ເຈົ້າ​ການສົມທົບ​ກັນຢ່າງ​ແໜ້ນ​ແຟັ້ນ​ເພື່ອຈັດ​ຕັ້ງກອງ​ປະຊຸມ​ຂັ້ນ​ສູງ ASEM - 9 ​ແລະ ASEP -7 ຢູ່​ລາວ​ໃນ​ທ້າຍ​ປີ 2012 ​ໃຫ້ສຳ​ເລັດ​ຜົນ.

 

ຂ່າວ/ບົດ​ອື່ນ