ເລຂາທິການໃຫຍ່ຫວຽດນາມ ພົບປະເຈລະຈາກັບປະທານພັກ ເຄື່ອນໄຫວເພື່ອປະຊາຊົນສິງກະໂປ

ເລຂາທິການໃຫຍ່ຫວຽດນາມ ພົບປະເຈລະຈາກັບປະທານພັກ ເຄື່ອນໄຫວເພື່ອປະຊາຊົນສິງກະໂປ  - ảnh 1
ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong
ພົບ​ປະ​ເຈລະຈາ​ກັບ​ປະທານພັກເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ
(ພາບ: dantri.com.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 13/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ປະທານພັກເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ (PAP), ລັດຖະມົນຕີ​ພັດທະນາ​ປະ​ເທດ ທ່ານ​ Khaw Bun Wan, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສິງກະ​ໂປ. ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong ​ໄດ້​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​​ເພີ່ມ​ທະວີ, ​ເປີດ​ກວ້າງ​ສາຍ​ພົວພັນ​ມິດຕະພາບ​ກັບ​ສິງ​ກະ​ໂປ, ນັບທັງບົນພື້ນຖານພົວພັນ​ສອງ​ຝ່າຍ ກໍ​ຄື​ໃນ​ຂອບ​ເຂດ​ຮ່ວມ​ມື​ຫຼາຍ​ຝ່າຍ. ພັກ​ກອມ​ມູນິດ​ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ພັດທະນາ ​ແລະ ປັບປຸງ​ສາຍ​ພົວພັນກັບ​ບັນດາ​ພັກ​ກຳ​ອຳນາດ ​ແລະ ບັນດາ​ພັກ​ຝ່າຍ​ອື່ນ ບົນ​ພື້ນຖານ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຮັກສາ​ຄວາມ​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເພື່ອ​ສັນຕິພາບ, ມິດຕະພາບ, ການຮ່ວມ​ມື ​ແລະ ພັດທະນາ, ​ໃນ​ນັ້ນ​ຖື​ການ​ເພີ່ມ​ທະວີ​ການ​ພົວພັນກັບພັກເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ ​ເປັນ​ສຳຄັນ. ທີ່​ການ​ພົບ​ປະ​ເຈລະຈາ, ການ​ນຳ​ສອງ​ທ່ານ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສິງກະ​ໂປ, ການພົວພັນ​ຮ່ວມ​ມືອັນ​ດີງາມ​ລະຫວ່າງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ ຈະ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ແມ່ນ​ພື້ນຖານ​ດ້ານການ​ເມືອງທີ່​ສຳຄັນ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ