ເລຂາທິການໃຫຍ່ເຂົ້າຮ່ວມພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງວາລະສານກອມມູນິດ

ເລຂາທິການໃຫຍ່ເຂົ້າຮ່ວມພິທີສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງວາລະສານກອມມູນິດ - ảnh 1
(ທ່ານເລຂາທິການໃຫຍ່ເຂົ້າຮ່ວມພິທີ
ສະເຫຼີມສະຫຼອງ 8 5ປີແຫ່ງວັນສ້າງຕັ້ງວາລະສານກອມມູນິດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 4/8, ຢູ່​ຮ່າ​ໂນ້ຍ, ວາລະສານກອມ​ມູນິດ ​ໄດ້​ຈັດພິທີ​ສະ​ເຫຼີ​ມສະຫຼອງ​ 85 ປີ ​ແຫ່ງວັນອອກ​ສະບັບ​ທຳ​ອິດ ​ແລະ ຕ້ອນຮັບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ ຄັ້ງ​ທີ 2. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ກ່ອນ​ນີ້ 85 ປີ, ວັນ​ທີ 5/8/1930 ວາລະສານ​ກອມ​ມູນິດ​ໄດ້​ອອກ​ສະບັບ​ທຳ​ອິດ. ທ່ານ​ປະທານ​ປະ​ເທດ ​ໂຮ່ຈີ​ມິນ ​ແມ່ນ​ຜູ້​ກໍ່​ຕັ້ງ. ຜ່ານ​​ໄລຍະ​ປະຫວັດສາດ, ວາລະສານ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ໃນ​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ​ຂອງ​ພັກ​ເວົ້າ​ສະ​ເພາະ, ສຳລັບ​ພາລະກິດ​ປະຕິວັດ​ຂອງ​ພັກ​, ຂອງ​ຊາດ​ເວົ້າ​ລວມ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ ດິງ​ເທ໋ຮວຽນ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ, ​ເນັ້ນ​ໜັກ​ວ່າ:

        “ບັນຫາ​ສຳຄັນ​ກວ່າ​ໝູ່​ແມ່ນ​ໝູ່ຄະນະ​ບັນນາທິການ​ວາລະ​ສານ​ກອມ​ມູນິດ ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດ​ຈຸດປະສົງ, ບົດບາດ​ໜ້າ​ທີ່​ຂອງ​ວາລະສານ​ເປັນ​ຢ່ງດີ, ອີງ​ໃສ່​ໂຄງການ​ ການ​ເມືອງ, ​ແນວທາງ, ທັດສະນະ​ຂອງ​ພັກ ​ເພື່ອ​ຄົ້ນ​ຄ້ວາ, ​ໂຄສະນາ, ນຳ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ, ກົດໝາຍ​ເຂົ້າສູ່​ຊີວິດ​ການ​ເປັນ​ຢູ່, ພ້ອມ​ທັງ​ໃກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ເພື່ອ​ສະຫຼຸບ​ທິດ​ສະ​ດີ. ວາລະສານ​ຕ້ອງ​ນຳ​ໜ້າ​ພ້ອມ​ກັບ​ບັນດາ​ອົງການ​ຄົ້ນ​ຄ້ວາ​ທິດ​ສະ​ດີ​ຂອງ​ພັກ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ ​ໂຮ່ຈີ​ມິນ, ປົກ​ປັກ​ຮັກສາ​ພັກ, ລະບອບ, ປະຊາຊົນ ​ແລະ ພື້ນຖານ​ວັດທະນະທຳ​ຫວຽດນາມ ​ທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ“.

ຂ່າວ/ບົດ​ອື່ນ