ເລຂາທິການໃຫຍ່ເຈື່ອງຈີງ,ນັກທິດສະດີທີ່ດີເດັ່ນ,ການນຳປີຊາສາມາດ,ບຸກຄະລິກພາບໃຫຍ່ຂອງການປະຕິວັດຫວຽດນາມ

ເລຂາທິການໃຫຍ່ເຈື່ອງຈີງ,ນັກທິດສະດີທີ່ດີເດັ່ນ,ການນຳປີຊາສາມາດ,ບຸກຄະລິກພາບໃຫຍ່ຂອງການປະຕິວັດຫວຽດນາມ - ảnh 1
ພາບ​ເອ​ກະ​ສານ

(vovworld) - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລ​ຂາ​ທິ​ກາ​ນ​ໃຫ​ຍ່ ເຈື່ອງ​ຈີງ (9/2/1907 – 9/2/2017), ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ມີ​ບົດ​ຂຽນ​ທີ່ລົງ​ພິມ​ໃນ​ໜ້າ​ຫຼັກ​ຂອງ​ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ສຽງ​ຂອງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ດ້ວຍ​ຫົວ​ຂໍ້​ວ່າ “ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈ​ີງ - ນັກ​ທິດ​ສະ​ດີ​ທີ່​ດີ​ເດັ່ນ, ການ​ນຳ​​ທີ່ປີ​ຊາ​ສາ​ມາດ, ​ບຸກ​ຄະ​ລິກ​ພາບ​ໃຫຍ່ຂອງ​ການ​ປະ​ຕິ​ວັດ​ ຫວຽດ​ນາມ”. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈີງ, ​ນັກ​ກອມ​ມູ​ນິດ​ຜູ້​ອົງ​ອາດ​ກ້າ​ຫານ​ທີ່​ເປັນ​ແບບ​ຢ່າງ, ນັກ​ທິດ​ສະ​ດີ​ທີ່​ປິ​ຊາ​ສາ​ມາດ, ການ​ນຳ​ຜູ້​ດີ​​ເລີດ, ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລູກ​ສິດ​ດີ​ເດັ່ນ​ ແລະ ຜູ້​ຮ່ວມ​ງານ​ທີ່​ໃກ້​ຊິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ແບບ​ຢ່າງ​ກ່ຽວ​ກັບ​ລັກ​ສະ​ນະເປັນຫຼັກ​ການ ແລະ ​ການ​ຈັດ​ຕັ້ງລະ​ບຽບ​ວິ​ໄນ, ແມ່ນ​ພຸມ​ປັນ​ຍາ​​ໃຫຍ່​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ, ໄດ້​ອຸ​ທິດ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ພາລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພາບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເພີ່​ມ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ເມື່ອ​​ລວມ​ອາ​ຍຸ 81ປີ, 63 ປີ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຢ່າງ​ຕໍ່​ເນື່ອງ​ຂອງ​ທ່ານ​ແມ່ນ​ຕິດ​ພັນ​ກັບ​ໄລ​ຍະ​ທາງ​ຕໍ່​ສູ້​ອັນ​ທຸກ​ຍາກ​ລຳ​ບ​າກ​​ທີ່​ສຸດ. ແຕ່ກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າ​ງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ເພື່ອ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຈື່ອງ​ຈີງ ແມ່ນ​ໂອ​ກາດ​ເພື່ອ​ຫວນ​ຄືນ, ອາ​ໄລ​ຫາ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຄຸນ​ງາມ​ຄວາມ​ດີ, ການ​ປະ​ກອບ​ສ່ວນ​ຂອງ​ເພີ່ນ​ຕໍ່​ການ​ປະ​ຕິ​ວັດ ຫວຽດ​ນາມ. ໃນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ພວ​ມມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ​ຊ້ອນ​ແຝງບັນ​ດາ​ປັດ​ໄຈ​ຂາດ​ສ​ະ​ຖຽນ​ລະ​ພາບ, ຍາ​ກ​ທີ່​ຂາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​, ສະ​ພາບກ​າ​ນ​ພ​າຍ​ໃນ​ປະ​ເທດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ຫວຽດ​ນາມ ຍ​ູ້​ແຮງ​ພາ​ລະ​ກິດປ່ຽນ​ໃໝ່​ຢ່າງ​ຄົບ​ຊຸດ, ​ຮອບ​ດ້ານ, ຮັກ​ສາ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ, ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວ​ງ​ກ່​ວາ​ອີກ, ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ​ສະ​ຫງ່າ​ລາ​ສີດີ​ງາມ​ຂອງ​ປະ​ເທດ​ຊາດ, ​ກ້າວ​ຂ​ຶ້ນ​​ສັງ​ຄົມ​ນິຍົມຢ່າງ​ໝັ້ນ​ຄົງ.


ຂ່າວ/ບົດ​ອື່ນ