ເລັ່ງຊອກຄົ້ນຫາຜູ້ຕິດເຊື້ອເພື່ອຄວບຄຸມໂລກລະບາດ.

(VOVWORLD) -ຕອນເຊົ້າວັນທີ 3 ກຸມພາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານ ໂລກລະບາດ Covid – 19 ໄດ້ໂຮມປະຊຸມເພື່ອປຶກສາຫາລືວິທີການປ້ອງກັນ ແລະ ຕ້ານ ໂລກລະບາດ Covid – 19 ແນໃສ່ໃຫ້ທັນກັບລະດັບແຜ່ລະບາດຂອງໂລກພະຍາດ. 
ເລັ່ງຊອກຄົ້ນຫາຜູ້ຕິດເຊື້ອເພື່ອຄວບຄຸມໂລກລະບາດ.  - ảnh 1ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ທີ່ກອງປະຊຸມ

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ໄດ້ໃຫ້ຂໍ້ສັງເກດກ່ຽວກັບສະພາບແຜ່ລະບາດຂອງ ໂລກລະບາດ Covid – 19ຢູ່ແຂວງ ຢາລາຍ. ໄລ່ຮອດຕອນເຊົ້າວັນທີ 3 ກຸມພາ, ຢູ່ແຂວງຢາລາຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອ 13 ກໍລະນີ ແລະ ໄດ້ສັ່ງປິດໂຮງໝໍຫຼາຍຂະແໜງຂອງແຂວງໂດຍຊົ່ວຄາວ.

  ສ່ວນຢູ່ແຂວງຫາຍເຢືອງ ຮອດວັນທີ 3 ກຸມພາ, ກໍໄດ້ໄລຍະຍອດສູງແຫ່ງການສະກັດກັ້ດ ໂລກລະບາດ Covid – 19 ເປັນເວລາ 8 ວັນ, ດ້ວຍຈຳນວນ ຜູ້ຕິດເຊື້ອ 235 ກໍລະນີ.

  ຢູ່ແຂວງກວາງນິງ ກໍໄດ້ວາງເປົ້າໝາຍນັບແຕ່ນີ້ຮອດວັນທີ 28 ຂອງບຸນເຕັດ, ຈະສາມາດຄວບຄຸມໂລກລະບາດໄດ້ໂດຍພື້ນຖານ. ຢູ່ຮ່າໂນ້ຍ, ຮອດວັນທີ 3 ກຸມພາ ກໍຢັ້ງຢືນມີ ຜູ້ຕິດເຊື້ອ 21 ກໍລະນີ ໃນຊຸມຊົນ. ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາແຫຼ່ງເຊື້ອພະຍາດ ກໍໄດ້ຮັບການຄວບຄຸມໂດຍພື້ນຖານ. ພວກເຮົາຕ້ອງແຂ່ງຂັນກັບເວລາ ເພື່ອໃຫ້ປະຊາຊົນໃນເຂດເກີດໂລກລະບາດ ແລະ ປະຊາຊົນໃນທົ່ວປະເທດໃຫ້ມີຄວາມໝັ້ນໃຈທຳການຜະລິດ ແລະ ດຳເນີນທຸລະກິດ ແລະ ຕ້ອນຮັບບຸນເຕັດ. 

ຕອບກັບ

ຂ່າວ/ບົດ​ອື່ນ