ເລັດເວຍ ແກ່ຍາວເວລາກັກຕົວຊາວອົບພະຍົບຈາກ ເບລາຣຸດ

(VOVWORLD) -ຕາມຕົວເລກຂອງກະຊວງພາຍໃນ ເລັດເວຍ ແລ້ວ, ໃນປີ 2021 ມີຊາວອົບພະຍົບຂ້າມຊາຍແດນ ເບລາຣຸດ ປະມານ 4.300 ຄົນໄດ້ເຂົ້າໄປຍັງ ເລັດເວຍ, ໃນນັ້ນ 2/3 ແມ່ນຊາວ ອີຣັກ.
ເລັດເວຍ ແກ່ຍາວເວລາກັກຕົວຊາວອົບພະຍົບຈາກ ເບລາຣຸດ - ảnh 1ມີຊາວອົບພະຍົບຂ້າມຊາຍແດນ ເບລາຣຸດ ປະມານ 4.300 ຄົນໄດ້ເຂົ້າໄປຍັງ ເລັດເວຍ
(ພາບປະກອບ: THX/TTXVN)

ດ້ວຍອັດຕາບັດສະໜັບສະໜູນ 81/136 ບັດ, ວັນທີ 23 ທັນວາ, ສະພາແຫ່ງຊາດ ເລັດເວຍ ຕົກລົງເພີ່ມເວລາກັກຕົວຊາວອົບພະຍົບຂ້າມຊາຍແດນຈາກ ເບລາຣຸດ ເຂົ້າມາ ເລັດເວຍ ຂຶ້ນເປັນ 1 ປີ, ແທນທີ່ 6 ເດືອນຄືໃນປະຈຸບັນ.

        ຕາມຕົວເລກຂອງກະຊວງພາຍໃນ ເລັດເວຍ ແລ້ວ, ໃນປີ 2021 ມີຊາວອົບພະຍົບຂ້າມຊາຍແດນ ເບລາຣຸດ ປະມານ 4.300 ຄົນໄດ້ເຂົ້າໄປຍັງ ເລັດເວຍ, ໃນນັ້ນ 2/3 ແມ່ນຊາວ ອີຣັກ. ປະຈຸບັນ ມີ 3.000 ຄົນພວມຖືກກັກຕົວຢູ່ເຂດຄ້າຍໃຫ້ຊາວອົບພະຍົບ. ນັບແຕ່ຕົ້ນເດືອນ ສິງຫາ, ເລັດເວຍ ບໍ່ໃຫ້ເຂົ້າເມືອງເຮັດໃຫ້ຊາວອົບພະຍົບຕ້ອງກັບຄືນເຂດຊາຍແດນ ເບລາຣຸດ. ໃນຊຸມອາທິດມໍ່ໆມານີ້, ຈຳນວນຊາວອົບພະຍົບຂ້າມຊາຍແດນ ເບລາຣຸກ ເຂົ້າປະເທດນີ້ໄດ້ຫຼຸດລົງ. ເຖິງຢ່າງໃດກໍ່ຕາມ, ເລັດເວຍ ໃຫ້ຮູ້ວ່າ ປະເທດນີ້ອາດຈະປະເຊີນໜ້າກັບກະແສອົບພະຍົບໃໝ່.

        ກ່ອນໜ້ານັ້ນ, ວັນທີ 07 ທັນວາ, ສະພາແຫ່ງຊາດ ເລັດເວຍ ໄດ້ຕໍ່ກຳນົດເວລາສະພາບສະພາວະສຸກເສີນໄປຮອດວັນທີ 15 ມັງກອນ 2022 ຢູ່ເຂດຊາຍແດນຕິດກັບ ເບລາຣຸດ ແລະ ບັນດາຄ້າຍຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ