ເລີ່ມຈັດກອງປະຊຸມຊາວ ຫວຽດນາມ ອາໄສຢູ່ທົ່ວໂລກຄັ້ງທີ 4

(VOVWORLD) - ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມຜູ້ແທນຢູ່ພາຍໃນປະເທດ ແລະ ຕ່າງປະເທດ 600 ທ່ານ, ໃນນັ້ນມີຜູ້ຕາງໜ້າຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດ 400 ຄົນທີ່ຕ່າງໜ້າໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 6 ລ້ານຄົນ.
ເລີ່ມຈັດກອງປະຊຸມຊາວ ຫວຽດນາມ ອາໄສຢູ່ທົ່ວໂລກຄັ້ງທີ 4 - ảnh 1ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: TTXVN)

        ກອງປະຊຸມຊາວ ຫວຽດນາມ ອາໄສຢູ່ທົ່ວໂລກຄັ້ງທີ 4 ແລະ ເວທີປາໄສພູມປັນຍາ ແລະ ນັກຊ່ຽວຊານ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເລີ່ມຈັດຂຶ້ນແຕ່ວັນທີ 21 ສິງຫາ, ຢູ່ ຮ່າໂນ້ຍ. ກອງປະຊຸມແກ່ຍາວຮອດວັນທີ 24 ສິງຫາ.

        ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມຜູ້ແທນຢູ່ພາຍໃນປະເທດ ແລະ ຕ່າງປະເທດ 600 ທ່ານ, ໃນນັ້ນມີຜູ້ຕາງໜ້າຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດ 400 ຄົນທີ່ຕ່າງໜ້າໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 6 ລ້ານຄົນ. ດ້ວຍຫົວຂໍ້ “ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈປະຕິບັດຄວາມຄາດຫວັງພັດທະນາປະເທດຊາດ”, ກອງປະຊຸມແມ່ນເວທີປາໄສເພື່ອແລກປ່ຽນລົງເລິກລະຫວ່າງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບອຳນາດການປົກຄອງ, ກະຊວງ, ຂະແໜງການຢູ່ພາຍໃນປະເທດ ກ່ຽວກັບບັນດາບັນຫາມີລັກສະນະຍຸດທະສາດໃນການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຖືວ່າ:

        “ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການຢູ່ພາຍໃນຖະນະ ແລະ ທີ່ຕັ້ງທີ່ແຕກຕ່າງກັນ, ຄວາມຮັບຮູ້ ແລະ ການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຂອງປະຊາຊົນກໍ່ມີຄວາມແຕກຕ່າງກັນ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ມີບັນດາການປ່ຽນແປງ, ພ້ອມກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ. ສະນັ້ນ, ເນື້ອໃນຂອງກອງປະຊຸມໄດ້ຮັບການຕີລາຄາວ່າແມ່ນມີຄວາມຫວັງຢ່າງສູງພໍສົມຄວນ, ເລີ່ມຈາກເຕັກໂນໂລຊີ, ຊ້ຳບໍ່ໜຳແມ່ນເຕັກໂນໂລຊີສູງ, ຕະຫຼອດຮອດວັດທະນະທຳ, ວຽນງານຊາວໜຸ່ມ, ບັນດາການເຄື່ອນໄຫວມຸ່ງໄປເຖິງລຸ້ນໜຸ່ມ ແລະ ການດຶງດູດແຫຼ່ງກຳລັງ”.

ຕອບກັບ

ຂ່າວ/ບົດ​ອື່ນ