ເລີ່ມຈັດວັນບຸນວິສາຂະບູຊາສະຫະປະຊາຊາດ 2014

ເລີ່ມຈັດວັນບຸນວິສາຂະບູຊາສະຫະປະຊາຊາດ 2014 - ảnh 1
ເລີ່​ມຈັດ​ວັນ​ບຸນວິສາຂະ​ບູຊາ​ສະຫະ​ປະຊາ​ຊາດ 2014
(ພາບ: phatgiao.org.vn)


(vovworld) -     ວັນ​ທີ 07/05, ວັນ​ບຸນວິສາຂະ​ບຸ​ຊາ​ສະຫະ​ປະຊາ​ຊາດ 2014 (Vesak) ​ເລີ່​ມດຳ​ເນີນ​ໄປ​ຢູ່​ວັດ ບ້າຍດິ໋ງ, ​ແຂວງ​ນິງບິ່ງ, ​​ໃນ​​ເວລາ 5 ວັນ ​ແຕ່​ວັນ​ທີ 07 – 11/05. Vesak 2014 ​ແມ່ນ​​ເຫ​ດການ​ການ​ຕ່າງປະ​ເທດ​ທີ່​ສຳຄັນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ສາສະໜາ​ພຸດ​ຫວຽດນາມ ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະກອບສ່ວນ​ໂຄສະນາ​ພາບ​ພົດປະ​ເທດ​ຊາດ ​ ​ແລະ ຊາວ​ຫວຽດນາມ ອອກ​ສູ່​ໂລກ. Vesak 2014 ​​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ສາກົນ​ກວ່າ 1000 ຄົນ ທີ່​ມາ​ຈາກ 100 ປະ​ເທດ ​ແລະ ​ເຂດ​ແຂວ້ນ, ​ໃນ​ນັ້ນ​ມີ​ນັກບວດ​ຜູ້​ມີ​ພັນ​ສາ​ສູງ​ຂຶ້ນ​ກັບນິກາຍສາສະໜາ​ພຸດ​ ໃນ​ທົ່ວ​ໂລກ ​ແລະ ພຸດທະສາສະນິກກະ​ຊົນນັບ​ພັນໆ​ຄົນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ບັນດາ​ການ​​ເຄື່ອນ​ໄຫວ​ຂອງ Vesak 2014, ຈະ​ດຳ​ເນີນ​ພິທີສວດ​ມົນ​ພາວະນາ​ຂໍ້​ໃຫ້ຫວຽດນາມ ​ມີ​ຄວາມ​ສະຫງົບ​ສຸກ​, ເຊື່ອມ​ໂຍງ ​ແລະ ພັດທະນາ, ພາວະນາ​ຂໍ້​ໃຫ້​​ໂລກ​ມີ​ສັນຕິພາບ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດານັກບວດ​ຜູ້​ມີ​ພັນ​ສາ​ສູງ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ