ເລີ່ມ​ດຳ​ເນີນ “ເວ​ທີ​ປາ​ໄສ​ສິ່ງ​ທ້າ​ທາຍ​ດ້ານເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ​ຢູ່ຫວຽດ​ນາມ”

(VOVWORLD) - ວັນທີ 9 ເມສາ, ຢູ່າຮ່າໂນ້ຍ, ກະຂວງຖະແຫຼງຂ່າວ ແລະ ສື່ສານໄດ້ ເລີ່ມດຳເນີນ “ເວທີປາໄສສິ່ງທ້າທາຍດ້ານເຕັກໂນໂລຢີດີຈີຕອນ ຢູ່ຫວຽດນາມ”.
ເລີ່ມ​ດຳ​ເນີນ “ເວ​ທີ​ປາ​ໄສ​ສິ່ງ​ທ້າ​ທາຍ​ດ້ານເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ​ຢູ່ຫວຽດ​ນາມ” - ảnh 1 ທ່ານ ຫງວຽນຮຸຍຢຸງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ກ່າວຄຳເຫັນທີ່ເວທີປາໄສ (ພາບ: hanoimoi.com.vn)

 ເພື່ອສືບຕໍ່ບັນດາເຫດການ “ວັນສຸກແຫ່ງເຕັກໂນໂລຢີ” ຂອງປີ 2020, ປີນີ້, ລາຍການໄດ້ເລີ່ມດຳເນີນດ້ວຍຊື່ໃໝ່ວ່າ “ເວທີປາໄສສິ່ງທ້າທາຍດ້ານເຕັກໂນໂລຢີດີຈີຕອນ ຢູ່ຫວຽດນາມ”. ພິເສດ, ເຫດການມີ format ໃໝ່, ຕາມນັ້ນແລ້ວຄຽງຄູ່ກັບການແນະນຳຂອງໜ່ວຍງານພັດທະນາພື້ນຖານດີຈີຕອນ, ຈະມີການພົວພັນແລກປ່ຽນລະຫວ່າງ ຖັນແຖວພັດທະນາພື້ນຖານ ກັບ ສື່ມວນຊົນ ແລະ ຜູ້ນຳໃຊ້. ທ່ານ ຫງວຽນຮຸຍຢຸງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ໃຫ້ຮູ້ວ່າ:

        ໃນຂອບເຂດເວທີປາໄສ, ບັນດາຜະລິດຕະພັນພື້ນຖານ ບໍ່ພຽງແຕ່ແມ່ນເປີດຕົວເພື່ອສະເໜີຕົວ ໃຫ້ສັງຄົມຮູ້ຈັກເທົ່ານັັ້ນ, ຫາກຍັງຈະໄດ້ກຳເນີດຂຶ້ນ ຈາກບັນດາຄວາມເຈັບປວດຈາກສັງຄົມ, ມີພາລະກິດແກ້ໄຂບັນດາບັນຫາສິ່ງທ້າທາຍຂອງ ສັງຄົມ ຫວຽດນາມ ໃນປັດຈຸບັນ, ໃນຍຸກສະໄໝຂອງ ການປະຕິບັດອຸດສາຫະກຳ 4.0, ທຸກບັນຫາລ້ວນແຕ່ມີວິທີການແກ້ໄຂດ້ວຍເຕັກໂນໂລຢີ ດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ