ເລີ່ມ​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ

(VOVWORLD) -    ວິວັດທະນາການປ່ອນບັດໃນການເລືອກຕັ້ງປະທານາທິບໍດີວິສາມັນຢູ່ ອີຣານ ໄດ້ດຳເນີນຢ່າງເປັນທາງການໃນວັນທີ 28 ມິຖຸນາ. ຜູ້ມີສິດເລືອກຕັ້ງອີຣານ ປະມານ 62 ລ້ານຄົນ ມີເງື່ອນໄຂຢ່າງຄົບຖ້ວນເພື່ອເຂົ້າຮ່ວມການປ່ອນບັດຄັ້ງນີ້.
ເລີ່ມ​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ - ảnh 1ຜູ້ມີສິດເລືອກຕັ້ງອີຣານ ປະມານ 62 ລ້ານຄົນ ມີເງື່ອນໄຂຢ່າງຄົບຖ້ວນເພື່ອເຂົ້າຮ່ວມການປ່ອນບັດຄັ້ງນີ້ (ພາບ: Anadolu Agency)

ການເລືອກຕັ້ງຄັ້ງນີ້ ແມ່ນການແກ້ງແຍ້ງລະຫວ່າງຜູ້ສະໝັກເລືອກຕັ້ງ 4 ທ່ານ, ລວມມີ 3 ທ່ານ ເດີນຕາມແນວທາງຮັກສາເດີມ ແລະ ໜຶ່ງທ່ານເດີນຕາມແນວທາງປະຕິຮູບ.

        ນັກໄຈ້ແຍກຫຼາຍທ່ານມີຂໍ້ສັງເກດລວມວ່າ, ການເລືອກຕັ້ງຄັ້ງນີ້ ຄວາມຈິງເປັນພຽງການແກ້ງແຍ້ງລະຫວ່າງທ່ານປະທານສະພາແຫ່ງຊາດຄົນປັດຈຸບັນ ທ່ານ Mohammad Bagher Ghalibaf ອາຍຸ 62 ປີ; ທ່ານ Saeed Jalili ອະດີດຫົວໜ້າຄະນະເຈລະຈານິວເຄຼຍ ອີຣານ ອາຍຸ 58 ປີ ແລະ ທ່ານ Massoud Pezeshkian ອາຍຸ 69 ປີ. ໃນນັ້ນ, ຜູ້ສະໝັກເລືອກຕັ້ງ Massoud Pezeshkian ແມ່ນນັກການເມືອງຄົນໜຶ່ງດຽວທີ່ເດີນຕາມແນວທາງປະຕິຮູບ ແລະ ເປັນຄົນໄດ້ຮັບການສະໜັບສະໜູນຈາກນັກການເມືອງຫຼາຍຄົນທີ່ມີຄວາມໄວ້ວາງໃຈສູງ, ໃນນັ້ນ ມີທ່ານອະດີດປະທານາທິບໍດີ Mohammed Khatami ແລະ  Hassan Rouhani.

ເຖິງຢ່າງໃດກໍຕາມ, ໝາກຜົນການສຳຫຼວດຫາງສຽງໄດ້ຊີ້ໃຫ້ເຫັນໂອກາດຍາດໄດ້ໄຊຊະນະຂອງຜູ້ສະໝັກເລືອກຕັ້ງ 3 ທ່ານ Ghalibaf, Jalili ແລະ  Pezeshkian  ແມ່ນສ່ຳໆກັນ.


ຕອບກັບ

ຂ່າວ/ບົດ​ອື່ນ