ເລີ່ມດຳເນີນການເຄື່ອນໄຫວຕ່າງໆໃນສັບປະດາວັດທະນະທຳ,ທ່ອງທ່ຽວດ້ຽນບຽນປີ2014

ເລີ່ມດຳເນີນການເຄື່ອນໄຫວຕ່າງໆໃນສັບປະດາວັດທະນະທຳ,ທ່ອງທ່ຽວດ້ຽນບຽນປີ2014 - ảnh 1
ການເຄື່ອນໄຫວຕ່າງສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ
(ພາບ: dienbientv.vn)


(vovworld) – “ງານ​ບຸນ​ດອກ​ສ້ຽວ ​ແລະ ການ​ສວນສະໜາມ​ວັດທະນະທຳຢູ່​ຕາມ​ຖະໜົນ” ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ສັບປະດາ​ວັດທະນະທຳ - ທ່ອງ​ທ່ຽວ​ແຂວງ ດ້ຽນບຽນ ປີ 2014 ຖືກ​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 13 – 15/3, ຢູ່​ແຂວງ ດ້ຽນບຽນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ ດ້ຽນບຽນ​ຝູ (07/05/1954  - 07/05/2014). ສັບປະດາ​ວັດທະນະທຳ ທ່ອງ​ທ່ຽວ ດ້ຽນບຽນ​ ປີ 2014 ຖືກ​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງສູນ​ກອງ​ປະຊຸມ - ວັດທະນະທຳ ​ແຂວງ ດ້ຽນບຽນ ​ແລະ ບັນດາຖະໜົນ​ຢູ່​ອ້ອມ​ຂ້າງ.

    ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ເປີດ​ສາກ​​ໃຫ້​ສັບປະດາ​ວັດທະນະທຳ  ທ່ອງ​ທ່ຽວ ດ້ຽນບຽນ 2014, ຕອນ​ເຊົ້າ ວັນ​ທີ 13/3, ຄະນະ​ກຳມະການ​ປະຊາຊົນ​ແຂວງ ດ້ຽນບຽນ ສົມທົບ​ກັບ​ກົມ​ໃຫຍ່​ທ່ອງ​ທ່ຽວ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “​ເສີມ​ຂະຫຍາຍ​ຄຸ້ນຄ່າພິ​ເສດ​ຂອງ​ປູຊະນີ​ຍະສະ​ຖານ ດ້ຽນບຽນ​ຝູ ​ເພື່ອ ຍູ້​ແຮງ​​ການພັດທະນາ​ການທ່ອງ​ທ່ຽວ ​​ແຂວງ ດ້ຽນບຽນ ໃນ​ກາ​ນ​ສຳ​ພັນກັບ​ເຂດ ​ໄຕ​ບັກ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ຮ່ວາງ​ທິດ້ຽບ, ຮອງ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ, ຢືນຢັນ​ວ່າ:

    “ປູຊະນີຍະສະຖານ​ປະຫວັດສາດ ດ້ຽນບຽນ​ຝູ ​ແມ່ນ​ຊັບພະຍາກ​ອນທ່ອງ​ທ່ຽວ​ວັດທະນະທຳ​ມ​ະນຸດ​, ມີ​ຄຸ້ນ​ຄ່າ​ພິ​ເສດ​ສຳລັບ​ການ​ພັດທະນາ​ການ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ຂອງ ດ້ຽນບຽນ ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ​ເລື່ອງຂຸດ​ຄົ້ນ​ຄຸ້ນ​ຄ່າ​ບັນດາ​ປູຊະນີຍະສະຖານ ບໍ່​ພຽງ​ແຕ່​ຮັບ​ໃຊ້​​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ຢາມ, ຊອກ​ຮູ້ ​ເທົ່າ​ນັ້ນ ຫາກ​ຍັງມີ​ຄວາມ​ໝາຍ​ສຶກສາ​ນ້ຳ​ໃຈ​ຮັກ​ຊາດ, ມູນ​ເຊື້ອ​ປະຕິວັດ, ປະກອບສ່ວນ​ພັດທະນາ​ບຸກຄະລິກກະພາບໃຫ້​ຊາວ ຫວຽດນາມ ຫຼາຍ​ລຸ້ນຄົນ​ອີກ​ດ້ວຍ.”

    ບັນດາ​ຜູ້​ແທນ​ໄດ້​ປຶ​ກສາ​ຫາລື​ມາດ​ຕະການ​ຕ່າງໆ​ເພື່ອ​​ເສີມ​ຂະຫຍາຍ​ຄຸ້ນ​ຄ່າ​ພິ​ເສດ​ຂອງ​ປູຊະນີຍະສະຖານ​ປະຫວັດສາດ ດ້ຽນບຽນ​ຝູ, ພິ​ເສດ​ແມ່ນ​​ເຊື່ອມ​ຕໍ່​ລາຍການທ່ອງທ່ຽວ​ກັບ 7 ​ແຂວງ ​ໄຕ​ບັກ ​ເວົ້າ​ສະ​ເພາະ ​ແລະ ກັບ​ທົ່ວ​ປະ​ເທດ​ເວົ້າ​ລວມ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ ​ໄດ້​ດຳ​ເນີນ​ລາຍການ​ແນະນຳ​ບັນດາ​ສິ່ງ​ພິມ​ກ່ຽວ​ກັບ​ວັດທະນະທຳ ​ແລະ ຊາວ ດ້ຽນບຽນ.

ຂ່າວ/ບົດ​ອື່ນ