ເລີ່ມ​ດຳ​ເນີນ​ບັ້ນ​ຊ້ອມ​ຮົບ​ກອງ​ທັບ​ເຮືອ​ນາໆ​ຊາດ Eastern Endeavor 23 ຢູ່ ສ.ເກົາຫຼີ

(VOVWORLD) - ຍ້ອນອາກາດບໍ່ອຳນວຍຄວາມສະດວກ, ສະນັ້ນ, ສ.ເກົາຫຼີ ໄດ້ຮັດແຄບຂອບຂະໜາດການຊ້ອມຮົບ. ມີພຽງແຕ່ກ່ຳປັ່ນສູ້ຮົບຂອງ ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ແລະ ອົດສະຕາລີ ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ ຢູ່ເຂດທະເລທາງທິດໃຕ້ເກາະ Jeju ແລະ ດຳເນີນການຊ້ອມຮົບສະກັດກັ້ນການລຳລຽງຜ່ານການເດີນເຮືອ ຕາມຮູບແບບຈຳລອງໃນຄອມພິວເຕີ. 
ເລີ່ມ​ດຳ​ເນີນ​ບັ້ນ​ຊ້ອມ​ຮົບ​ກອງ​ທັບ​ເຮືອ​ນາໆ​ຊາດ Eastern Endeavor 23 ຢູ່ ສ.ເກົາຫຼີ - ảnh 1ກ່ຳປັ່ນສູ້ຮົບຂອງ ສ.ເກົາຫຼີ ໃນການສູ້ຮົບ (ພາບ: TTXVN)

ວັນທີ 31 ພຶດສະພາ, ການຊ້ອມຮົບກອງທັບເຮືອນາໆຊາດ ທີ່ມີຊື່ວ່າ Eastern Endeavor 23 (ຄວາມມານະພະຍາຍາມພາກຕາເວັນອອກ 23) ໄດ້ເລີ່ມດຳເນີນຢູ່ເຂດທະເລສາກົນ ທາງທິດຕາເວັນອອກສ່ຽງໃຕ້ ເກາະ Jeju, ສ.ເກົາຫຼີ. ຍ້ອນອາກາດບໍ່ອຳນວຍຄວາມສະດວກ, ສະນັ້ນ, ສ.ເກົາຫຼີ ໄດ້ຮັດແຄບຂອບຂະໜາດການຊ້ອມຮົບ. ມີພຽງແຕ່ກ່ຳປັ່ນສູ້ຮົບຂອງ ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ແລະ ອົດສະຕາລີ ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ ຢູ່ເຂດທະເລທາງທິດໃຕ້ເກາະ Jeju ແລະ ດຳເນີນການຊ້ອມຮົບສະກັດກັ້ນການລຳລຽງຜ່ານການເດີນເຮືອ ຕາມຮູບແບບຈຳລອງໃນຄອມພິວເຕີ. ໃນການຊ້ອມຮົບຄັ້ງນີ້ ລວມທັງການໃຫ້ຂໍ້ມູນກ່ຽວກັບກ່ຳປັ່ນລຳໜຶ່ງທີ່ຖືກສົງໄສວ່າ ບັນຈຸອາວຸດລ້າງຜານ (WMD) ແລະ ຊອກຫາປະຫວັດການເຄື່ອນໄຫວຂອງກ່ຳປັ່ນລຳດັ່ງກ່າວ. ສ.ເກົາຫຼີ ໄດ້ຢັ້ງຢືນວ່າ ການຊ້ອມຮົບ ຂໍ້ລິເລີ່ມປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ (PSI) ບໍ່ໄດ້ແນໃສ່ປະເທດ ໃດໜຶ່ງລະອຽດ.

        PSI ໄດ້ເລີ່ມປະຕິບັດແຕ່ປີ 2003, ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ George W.Bush, ເພື່ອແນໃສ່ສະກັດກັ້ນການເຄື່ອນໄຫວຊື້ຂາຍອາວຸດລ້າງຜານ (WMD), ບັນດາລະບົບຂົນສົ່ງອາວຸດລ້າງຜານ ແລະ ວັດຖຸອຸປະກອນອື່ນໆທີ່ກ່ຽວຂ້ອງ. PSI ຈະຈັດກອງປະຊຸມການເມືອງຂັ້ນສູງ 5 ປີ ເທື່ອ 1  ເພື່ອຕີລາຄາ ແລະ ຍົກອອກຂໍ້ກຳນົດໃຫ້ແກ່ຂໍ້ລິເລີ່ມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ